ສວນດອກກຸຫຼາບພູເຈີເຫີຍຂອງກິ່ງແຂວງເວີນຊານແຂວງຢຸນນານ

2021-08-31 17:21:08 |ມາຈາກ:

ສວນດອກກຸຫຼາບພູເຈີເຫີຍ ກວມເອົາເນື້ອທີ່ດິນ 80 ເຮັກຕາ ຕັ້ງຢູ່ກິ່ງແຂວງເວີນຊານ ແຂວງຢຸນນານ,ດ ອກກຸຫຼາບໄດ້ຖືກຜະລິດເປັນຫຼາຍຜະລິດຕະພັນເຊັ່ນເຂົ້າໜົມເຄັກທີ່ເຮັດດ້ວຍດອກກຸຫຼາບ, ຊາດອກກຸຫຼາບແຫ້ງ ແລະ ອື່ນໆ. ສວນດອກກຸຫຼາບຍັງໄດ້ເປີດກິດຈະກຳສຳຜັດປະສົບການທີ່ຫຼາກຫຼາຍ, ໃຫ້ນັກທ່ອງທ່ຽວສາມາດເກັບດອກໄມ້ດ້ວຍຕົນເອງໃນທົ່ງນາ, ເຮັດເຂົ້າໜົມເຄັກດອກໄມ້ ແລະ ເຮັດຊອດ (sauce) ດອກກຸຫຼາບດ້ວຍມື. ປະຈຸບັນນີ້,ສວນດອກກຸຫຼາບໄດ້ນຳຊາວກະສິກອນຫຼາຍກ່ວາ 400 ຄົນໃນຫຼາຍບ້ານຂອງທ້ອງຖິ່ນ ເຂົ້າສູ່ເສັ້ນທາງການເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີ.

ມາຈາກ ເວັບໄຊຢຸນນານ

ນັກຂ່າວ ຟານຝັງຢູ ຈ່ຽງເຈີ ຫຼີຊີ