ພູຊຽວເຫີຍ ເມືອງລົງຫຼີນ ແຂວງຢຸນນານ: ສະຫວັນຂອງການດຳລົງຊີວິດຂອງສັດ ແລະ ພືດ

2021-08-31 17:54:34 |ມາຈາກ:

ເຂດສະຫງວນທຳມະຊາດ ລະດັບແຂວງ ພູຊຽວເຫີຍ ເມືອງລົງຫຼີນ ທີ່ ນະຄອນເປົາຊານ ແຂວງຢຸນນານ, ມີເນື້ອທີ່ 5805 ເຮັກຕາ, ລະດັບຄວາມສູງຈາກໜ້ານ້ຳທະເລ 600 ແມັດຫາ 3001,6 ແມັດ, ແລະອັດຕາການປົກຫຸ້ມຂອງປ່າໄມ້ແມ່ນ 81,4%. ຢູ່ນີ້ມີເງື່ອນໄຂທາງນິເວດ ແລະ ທຳມະຊາດເຊັ່ນ ສະຖານທີ່ຕັ້ງດ້ານພູມສາດທີ່ເປັນເອກະລັກພິເສດ, ພູມສັນຖານທີ່ຫຼາກຫຼາຍ, ປະເພດສະພາບອາກາດສາມມິຕິ ແລະ ອື່ນໆ, ໄດ້ເຮັດໃຫ້ຕົ້ນໄມ້, ສັດທີ່ຫາຍາກ ແລະ ໃກ້ຈະສູນພັນ ທີ່ຢູ່ໃນເຂດສະຫງວນມີຄວາມອຸດົມສົມບູນ. ປະຈຸບັນນີ້, ເນື່ອງຈາກສະພາບແວດລ້ອມທາງດ້ານນິເວດຂອງທ້ອງຖິ່ນມີການປັບປຸງດີຂຶ້ນໃນທຸກມື້, ປະຊາກອນຂອງສັດປ່າ ແລະ ພືດພັນຢູ່ທີ່ນີ້ຍັງສືບຕໍ່ເພີ່ມຂຶ້ນ.

ມາຈາກ ເວັບໄຊຢຸນນານ

ນັກຂ່າວ ຢາງຢານເຜີງ ຢູຢຸນຈ່ຽງ