ຊຽງໄຮ້: ແຕ້ມຮູບໃນຮູຂອງຕົ້ນໄມ້

2021-09-03 16:09:33 |ມາຈາກ:

ເມື່ອບໍ່ດົນມານີ້, ສວນສາທາລະນະຊຽງໄຮ້ຈາເປີຍ ໄດ້ດຳເນີນການວຽກສ້ອມແປງ ແລະ ແຕ່ງແຕ້ມຮູຂອງຕົ້ນໄມ້ໃຫຍ່ໃນສວນສາທາລະນະໃຫ້ສວຍງາມ, ເພື່ອຍົກລະດັບທັດສະນີຍະພາບຂອງສວນສາທາລະນະ. ພະນັກງານຂອງສວນ ທຳຄວາມສະອາດ ແລະ ຕື່ມວັດສະດຸລົງໃສ່ໃນຮູຂອງຕົ້ນໄມ້, ຈາກນັ້ນ ກໍ ຂັດເງົາ ແລະ ເຮັດໃຫ້ພື້ນຜິວຂອງຮູຕົ້ນໄມ້ສາມາດກັນນ້ຳໄດ້, ພ້ອມທັງໄດ້ເລືອກເມັດສີທີ່ປອດໄພແລະເປັນມິດກັບສິ່ງແວດລ້ອມສໍາລັບການແຕ້ມ ແລະ ລະບາຍສີ, ເຊິ່ງໄດ້ເຮັດໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວໃນສວນໄດ້ສຳຜັດກັບປະສົບການໃຫມ່ທີ່ແຕກຕ່າງ.

ມາຈາກ ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ ວັງຊຽງ