ລຸງອາຍຸ 51 ປີເຕັ້ນນົກຍູງຢູ່ກາງທົ່ງນາ

2021-09-07 18:36:33 |ມາຈາກ:

ລຸງ ມ້າຈິນ ຊົນເຜົ່າຢີ, ມີອາຍຸ 51 ປີ, ລາວອາໄສຢູ່ໃນບ້ານປ່າຍຊຽນ ເມືອງຈຽນຊຸຍ ກິ່ງແຂວງຮົງເຫີແຂວງຢຸນນານ, ລຸງ ມ້າຈິນ ຮັກການເຕັ້ນລໍາຕັ້ງແຕ່ຕອນທີ່ລາວຍັງເປັນເດັກນ້ອຍ. ລາວຮຽນເຕັ້ນລໍາດ້ວຍຕົນເອງໂດຍຜ່ານການເບິ່ງວິດີໂອ. ພູຜາປ່າໄມ້, ທົ່ງນາ, ແລະ ຖະໜົນຫົນທາງໄດ້ກາຍເປັນເວທີເຕັ້ນຂອງລາວ. ເມື່ອມີເວລາວ່າງຫຼັງຈາກທີ່ເຮັດວຽກແລ້ວ, ລາວມັກເຕັ້ນລໍາ, ແລະ ລາວຍັງນຳພາຊາວບ້ານໄປເຕັ້ນລໍານໍາກັນ, ລາວເວົ້າວ່າ: "ຖ້າສາມາດເຕັ້ນລໍາໄດ້, ກໍຈະເຕັ້ນລໍາຕໍ່ໄປຈົນຂ້ອຍເຖົ້າພຸ້ນລະ!"