ຄວາມງາມຂອງຊີວະນາໆພັນ ເມືອງເປົາສານ: "ໜູ" ທີ່ບິນໄດ້

2021-09-08 15:56:13 |ມາຈາກ:

ຢູ່ໃນສວນປ່າໄມ້ທ້າຍເປົາສານ ເມືອງເປົາສານ ແຂວງຢຸນນານ, "ໜູ" ທີ່ສາມາດການບິນໄດ້ແທ້ຈິງແລ້ວ ກໍແມ່ນ ກະຮອກບິນ (flying squirrel), ເຊິ່ງໃນພາສາຈີນມັກເອີ້ນກັນວ່າ "ໜູບິນ" ຫຼື "ເສືອບິນ". ກະຮອກບິນ ມັກກິນ ຖົ່ວເປືອກແຂງ, ໝາກໄມ້, ຍອດຂອງຕົ້ນໄມ້, ແມງໄມ້ ແລະ ນົກນ້ອຍ. ມັນມີການເຄື່ອນໄຫວທີ່ວ່ອງໄວ, ຊຳນານການປີນ ແລະ ບິນ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການປົກປ້ອງຊີວະນາໆພັນທີ່ມີຄວາມກ້າວໜ້າ, ປະຊາກອນຂອງກະຮອກບິນກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຕໍ່ໄປນີ້, ພວກເຮົາມາຮູ້ຈັກກັບນາງຟ້ານ້ອຍທີ່ໜ້າຮັກເຫຼົ່ານີ້ນຳກັນເທາະ.