ເມືອງອູດິງກິ່ງແຂວງຊູຊົງ:ພາບວີວທິວທັດຊົນນະບົດທີ່ສວຍງາມ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ

2021-09-23 18:34:04 |ມາຈາກ:

ທະເລສາບຊີນຊຸນ, ແມ່ນ້ຳຊຸຍເຊີງ, ຮ່ອມພູຈີຢີ, ການທ່ອງທ່ຽວນິເວດດາຊີຟັງ, ສວນສາທາລະນະນິເວດພຸຊິີຈີ...ເຂດທ່ອງທ່ຽວຊົນນະບົດທີ່ມີເອກະລັກຈຳນວນຫຼວງຫຼາຍໃນເມືອງອູດິງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີຊູຊົງ ແຂວງຢຸນນານ,ໄດ້ຄ່ອຍໆກາຍເປັນຍີ່ຫໍ້ຂອງການທ່ອງທ່ຽວທີ່ມີຊື່ສຽງໃນເມືອງອູດິງ,ໄດ້ດຶງດູດນັກທ່ອງທ່ຽວຈໍານວນຫຼວງຫຼາຍມາເມືອງອູດິງໃນແຕ່ລະປີ.ປັດຈຸບັນ, ເມືອງອູດິງໄດ້ຮັບນັກທ່ອງທ່ຽວຫຼາຍກວ່າ 500.000 ຄົນໃນແຕ່ລະປີ, ຊ່ວຍເຫຼືອແຮງງານຊົນນະບົດຫຼາຍກວ່າ 10.000 ຄົນໃຫ້ມີວຽກເຮັດງານທຳ.