ສຳຜັດກັບງານບຸນຊົນເຜົ່າວາ

2021-09-23 18:36:46 |ມາຈາກ:

ວັນທີ 21 ກັນຍານີ້, ສວນສາທາລະນະບ້ານຊົນເຜົ່າຢຸນນານ ຢູ່ເມືອງຄຸນໝິງໄດ້ເປີດກິດຈະກໍາຕ່າງໆຂອງບຸນເຂົ້າໃໝ່ ຊົນເຜົ່າວາ. ບຸນເຂົ້າໃໝ່ເປັນມື້ທີ່ຊາວຊົນເຜົ່າວາ ຊິມລົດຊາດຂອງເຂົ້າໃໝ່ ແລະສະເຫຼີມສະຫຼອງການເກັບກ່ຽວທີ່ໄດ້ຮັບຜົນອຸດົມສົມບູນ. ຢູ່ສະຖານທີ່ຈັດງານ, ນັກທ່ອງທ່ຽວໄດ້ສຳ ຜັດກັບວັດທະນະທຳຊົນເຜົ່າໂດຍການມ່ວນຊື່ນກັບການຟ້ອນພື້ນເມືອງແລະການສະແດງດົນຕີ, ແລະສຳຜັດກັບປະສົບການປຸງແຕ່ງເຂົ້າໃໝ່.