ດອກຊຸຍຈີງລານປະກົດຕົວຢູ່ເມືອງເກິງມາແຂວງຢຸນນານ

2021-09-26 17:38:09 |ມາຈາກ:

ເມື່ອບໍ່ດົນມານີ້, ດອກຊຸຍຈີງລານ (indian pipe) ທີ່ເປັນພືດຫາຍາກໄດ້ຖືກຖ່າຍຮູບໄດ້ ຢູ່ໃນເຂດເກິງມາຂອງເຂດສະຫງວນທໍາມະຊາດແຫ່ງຊາດນານກຸນເຫີ ແຂວງຢຸນນານ. ດອກຊຸຍຈີລານເບິ່ງຄືແກ້ວທີ່ມີຄວາມໃສ ແລະ ມັກສະພາບແວດລ້ອມທີ່ມີຄວາມຊຸ່ມ. ດອກຊຸຍຈີງລານແມ່ນພືດທີ່ບໍ່ມີທາດຂຽວ (ຄໍໂຣຟິນ), ເຕີບໂຕຈາກໃບທີ່ເນົ່າເປື່ອຍ. ດອກຊຸຍຈີງລານຫ່ຽວແຫ້ງງ່າຍ, ວົງຈອນຊີວິດມັນມີພຽງແຕ່ສອງສາມເດືອນເທົ່ານັ້ນ, ແລະ ມັນມີເງື່ອນໄຂຄວາມຕ້ອງການສູງຫຼາຍສໍາລັບສະພາບແວດລ້ອມໃນການຈະເລີນເຕີບໂຕ. ນິເວດທີ່ດີຂອງເຂດປ່າສະຫງວນທຳມະຊາດແຫ່ງຊາດນານກຸນເຫີຢຸນນານ ໄດ້ສະໜອງ ທີ່ຢູ່ອາໄສທີ່ເຫມາະສົມໃຫ້ແກ່ດອກຊຸຍຈີງລານ.

 

ນັກຂ່າວ ດິງນີງ ຫຼີຈີຢີງ