ເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນຊຸຍ

2021-09-27 19:01:41 |ມາຈາກ:

ໃນປີ 2018, ທ່ານນາງ ທ່ຽນຈີງ ຜູ້ສືບທອດຕົວແທນແຂວງຢຸນນານໃນໂຄງການສີມືເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນຊຸຍ ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸແຫ່ງຊາດ, ໄດ້ສ້າງຕັ້ງ ສູນສືບທອດ ແລະ ຝຶກອົບຮົມທັກສະເຄື່ອງປັ້ນດິນເຜົາສີມ່ວງທ່ຽນຈີງເມືອງຈ້ຽນຊຸຍ.ທ່ານນາງ ທ່ຽນຈີງ ສອນທັກສະໃນການເຮັດເຄື່ອງປັ້ນດິນເຜົາສີມ່ວງໃຫ້ກັບຊາວໜຸ່ມ, ໂດຍສະເພາະແມ່ນແມ່ຍິງໄວໜຸ່ມຢູ່ໃນເຂດຊົນນະບົດ. ມາຮອດທ້າຍປີ 2020, ສູນສືບທອດ ແລະ ຝຶກອົບຮົມທັກສະ ໄດ້ຝຶກອົບຮົມນັກຮຽນທັງໝົດກວ່າ 200 ຄົນ. ນອກຈາກນັ້ນ, ໂດຍຜ່ານການສອນ ແລະ ຝຶກອົບຮົມທັກສະເຄື່ອງປັ້ນດິນເຜົາສີມ່ວງ,ສູນສືບທອດແລະ ຝຶກອົບຮົມທັກສະ ໄດ້ຊ່ວຍໃຫ້ແມ່ຍິງຫຼາຍກວ່າ 50 ຄົນມີວຽກເຮັດງານທໍາຢູ່ເຮືອນໃນແຕ່ລະປີ, ແລະ ປະຈຸບັນນີ້ ມີແມ່ຍິງຊົນນະບົດຫຼາຍກວ່າ 500 ຄົນທີ່ໄດ້ຮັບຜົນປະໂຫຍດຈາກສູນດັ່ງກ່າວ.



ມາຈາກ ສຳນັກຂ່າວຊິນຮວາຂອງຈີນ
ນັກຂ່າວ ຫຼົວຊີ