ຂຸ້ນຂ້ຽວເກັບຊື້ດອກຝ້າຍຢູ່ເຂດຊິນຈ່ຽງ

2021-10-28 18:06:17 |ມາຈາກ:

ຫວ່າງມໍ່ໆມານີ້, ທົ່ງນາຂອງເມືອງຊາວານ ທີ່ເປັນເຂດຜະລິດດອກຝ້າຍທີ່ສຳຄັນຂອງເຂດຊິນຈ່ຽງແມ່ນເຕັມໄປດ້ວຍພາບການຂຸ້ນຂ້ຽວວຽກງານ, ເຄື່ອງຈັກທີ່ເກັບດອກຝ້າຍກຳລັງເກັບດອກຝ້າຍຢູ່ກາງທົ່ງດອກຝ້າຍ, ລົດບັນທຸກກຳລັງແລ່ນເພື່ອຂົນສົ່ງດອກຝ້າຍ. ຊາວກະສິກອນໄດ້ຂາຍດອກຝ້າຍທີ່ເກັບກ່ຽວໄດ້ໃຫ້ໂຮງງານຮັບຊື້, ວຽກງານຈັດຊື້ດອກຝ້າຍຂອງທ້ອງຖິ່ນກໍ່ດຳເນີນຢ່າງເປັນລະບຽບ. ປີນີ້, ເມືອງຊາວານໄດ້ປູກດອກຝ້າຍໃນເນື້ອທີ່ 117.747 ເຮັກຕາ, ລາຄາຮັບຊື້ດອກຝ້າຍແມ່ນສູງກວ່າເກົ່າເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ.