ສະຖານີສິບສອງພັນນາຂອງທາງລົດໄຟລາວ-ຈີນ

2021-10-28 18:42:25 |ມາຈາກ:

ສະຖານີສິບສອງພັນນາຂອງທາງລົດໄຟລາວ​-ຈີນໄດ້​ເລີ່​ມກໍ່ສ້າງ​ໃນ​ເດືອນ​ພຶດສະພາປີ2020, ມີ​ເນື້ອ​ທີ່​ກໍ່ສ້າງທັງໝົດ 9935,1 ຕາ​ແມັດ, ມີ​ເນື້ອ​ທີ່​ສະຖານີ 10.000 ຕາ​ແມັດ, ສາມາດຮອງຮັບຈຳນວນຄົນຫຼາຍທີ່ສຸດແມ່ນ 3000 ກວ່າຄົນໃນ​ເວລາ​ດຽວ​ກັນ. ການອອກແບບຫລັງຄາຂອງສະຖານີສິບສອງພັນນາມີລັກສະນະເປັນຮູບນົກຍູງແຜ່ປີກ, ໃນດ້ານໜຶ່ງ ສະແດງອອກເຖິງຮີດຄອງປະເພນີຂອງຊົນເຜົ່າໃນສິບສອງພັນນາ ແລະ ໃນອີກດ້ານໜຶ່ງກໍສະແດງອອກໃຫ້ເຫັນວ່າສິບສອງພັນນາ ຍິນດີຕ້ອນຮັບແຂກທ່ອງທ່ຽວ ແລະ ເພື່ອນມິດທີ່ມາຮອດນີ້.