ສວນປ່າໄມ້ແຫ່ງຊາດທ້າຍຢາງເຫີສຳເລັດການຂະຫຍາຍພັນໝີແພນດາແດງທີ່ເກີດໃນທຳມະຊາດເປັນຄັ້ງທຳອິດ

2021-11-04 16:41:47 |ມາຈາກ:

ໝີແພນດາແດງ, ຊື່ພາສາອັງກິດແມ່ນ Red Panda. ໝີແພນດາແດງມີຂົນສີແດງເຂັ້ມ, ແລະ ມັກກິນໃບໄມ້ໄຜ່, ເຂົ້າໜົມຫວານ, ໝາກແອັບເປີ້ນ. ຫວ່າງມໍ່ໆມານີ້, ຢູ່ສວນປ່າໄມ້ແຫ່ງຊາດທ້າຍຢາງເຫີເມືອງພູເອີ, ໝີແພນດາແດງ"ຢິຢິ"ໜ້າຮັກຫຼາຍ,ມັນມີອາຍຸສີ່ເດືອນປາຍ. ນີ້ແມ່ນຄັ້ງທຳອິດທີ່ສວນສາທາລະນະສຳເລັດການຂະຫຍາຍພັນໝີແພນດາແດງທີ່ເກີດຢູ່ໃນປ່າທຳມະຊາດ. ອີງຕາມຂໍ້ມູນ, ໃນປີນີ້, ນອກຈາກການຂະຫຍາຍພັນໝີແພນດາແດງທີ່ປະສົບຜົນສຳເລັດໃນສວນປ່າໄມ້ແຫ່ງຊາດທ້າຍຢາງເຫີ, ຍັງມີລູກແຝດໝີດຳ, ກວາງ, ລີງກັງ ​ແລະ ​ອື່ນໆ, ​ເຊິ່ງທັງຫມົດລ້ວນແຕ່ໄດ້ອອກມາພົບປະກັບນັກທ່ອງທ່ຽວ.