ຢາກເປີດຮ້ານຄ້ານ້ອຍໜຶ່ງເພື່ອຂາຍສິນຄ້າມາຈາກຈີນ

2021-12-06 17:44:11 |ມາຈາກ:

“ພາຍຫຼັງເສັ້ນທາງລົດໄຟລາວ-ຈີນເປີດນໍາໃຊ້ແລ້ວ, ການຂົນສົ່ງສິນຄ້າລະຫວ່າງລາວກັບຈີນຈະສະດວກຫຼາຍຂຶ້ນ ແລະ ຄ່າຂົນສົ່ງສິນຄ້າກໍ່ຈະຫຼຸດລົງຢ່າງແນ່ນອນ. ເມື່ອການແຜ່ລະບາດຂອງພະຍາດໂຄວິດ-19ສິ້ນສຸດລົງ, ຂ້ອຍມີແຜນການຈະເປີດຮ້ານຄ້ານ້ອຍໜຶ່ງຢູ່ລາວ ເພື່ອຂາຍສິນຄ້າມາຈາກຈີນ.” ຢູ່ນະຄອນຫຼວງວຽງຈັນຂອງລາວ, ແຜນການຊີວິດໃນອະນາຄົດຂອງທ້າວ ເພັດສະໝອນ ສີອຳພອນ, ອາຍຸ 46 ປີ, ແມ່ນບໍ່ສາມາດແຍກອອກຈາກເສັ້ນທາງລົດໄຟລາວ-ຈີນ.

ແຕ່ກ່ອນ, ການກໍ່ສ້າງເສັ້ນທາງລົດໄຟລາວ--ຈີນ ໄດ້ນໍາເອົາວຽກງານໜຶ່ງທີ່ມີເງິນເດືອນດີໃຫ້ແກ່ ທ້າວ ເພັດສະໝອນ, ປັດຈຸບັນນີ້, ເສັ້ນທາງລົດໄຟລາວ-ຈີນໃກ້ຈະເປີດນໍາໃຊ້ແລ້ວ, ລາວໄດ້ເຫັນໂອກາດທຸລະກິດທີ່ບໍ່ຈຳກັດທາງດ້ານການຄ້າລະຫວ່າງສອງປະເທດ.

ໃນທ້າຍປີ 2016, ເມື່ອເສັ້ນທາງລົດໄຟລາວ-ຈີນທັງໝົດໄດ້ເລີ່ມຕົ້ນການກໍ່ສ້າງ, ທ້າວ ເພັດສະໝອນ ເປັນຄົນຂັບລົດຂົນສົ່ງສິນຄ້າຄົນລາວທຳມະດາຜູ້ໜຶ່ງ. "ໃນເວລານັ້ນ, ມີຄົນຈີນຈຳນວນບໍ່ໜ້ອຍເຂົ້າມາລາວ. ຂ້ອຍຄິດວ່າຖ້າຂ້ອຍສາມາດເວົ້າພາສາຈີນໄດ້ ກໍຈະສາມາດເຮັດທຸລະກິດເຊົ່າລົດໃຫ້ຄົນຈີນ ຫຼື ຊອກຫາວຽກເຮັດຢູ່ໃນບໍລິສັດຈີນໄດ້." ທ້າວ ເພັດສະໝອນ ເວົ້າ.

ເຖິງແມ່ນວ່າພາສາຈີນຮຽນຍາກ, ແຕ່ ທ້າວ ເພັດສະໝອນ ຍັງໄດ້ກຳເອົາທຸກໆໂອກາດມາຮຽນ. ໃນເວລາຫວ່າງ ລາວຮຽນການສົນທະນາພາສາຈີນຕາມວິດີໂອ, ຖ້າພົບກັບຄົນຈີນລາວຈຶ່ງຕັ້ງ ໜ້າສົນທະນາດ້ວຍພາສາຈີນ ແລະ ຮຽນພາສາຈີນກັບຄົນຈີນ. ໃນເດືອນ ມັງກອນ 2020, ໂຄງການສະໜອງໄຟຟ້າພາຍນອກຂອງເສັ້ນທາງລົດໄຟລາວ-ຈີນໄດ້ເລີ່ມຕົ້ນ, ຍ້ອນມີທ່າແຮງທີ່ຮູ້ພາສາຈີນ, ທ້າວ ເພັດສະໝອນ ກາຍເປັນຄົນຂັບລົດຂອງບໍລິສັດລົງທຶນໄຟຟ້າລາວຈີນ. “ພາຍຫຼັງມາເຮັດວຽກຢູ່ບໍລິສັດນີ້, ຂ້ອຍໄດ້ເງິນເດືອນໆລະ 5 ລ້ານກີບ(ປະມານ 3,000 ຢວນ) ແລະ ບໍ່ຕ້ອງຈ່າຍເງິນຄ່າອາຫານ ແລະ ເຮືອນພັກ.” ທ້າວ ເພັດສະໝອນ ເວົ້າຕື່ມວ່າ ເງິນເດືອນດັ່ງກ່າວຄິດວ່າແມ່ນຢູ່ໃນລະດັບປານກາງຂັ້ນສູງຂອງລາວ.

ໂດຍຜ່ານຄວາມພະຍາຍາມຂອງຕົນເອງ, ທ້າວ ເພັດສະໝອນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເລື້ອຍໆ. ລາວຍັງໄດ້ລ້ຽງດູກໍ່ສ້າງລູກສາວຂອງຕົນໃຫ້ເປັນນັກສຶກສາມະຫາວິທະຍາໄລຜູ້ໜຶ່ງ, “ລູກສາວຂອງຂ້ອຍເຄີຍຮຽນຢູ່ມະຫາວິທະຍາໄລຊົນເຜົ່າຢຸນນານ, ປັດຈຸບັນ ລາວໄດ້ຮຽນຈົບ ແລະ ເຮັດວຽກຢູ່ໃນບໍລິສັດໜຶ່ງຢູ່ວຽງຈັນ, ເງິນເດືອນກໍສູງອີກດ້ວຍ!” ທ້າວ ເພັດສະໝອນ ເວົ້າວ່າ: “ຖ້າມີໂອກາດ ຂ້ອຍຢາກພາຄອບຄົວຂີ່ລົດໄຟລາວ-ຈີນ ແລະ ໄປທ່ຽວກຳແພງເມືອງຈີນ. ແນ່ນອນ, ກໍ່ຍິນດີຕ້ອນຮັບເພື່ອນຈີນຂີ່ລົດໄຟມາທ່ຽວລາວ.”