ຕະປູກຽວທຸກອັນກໍບໍ່ປ່ອຍປະລະເລີຍໄດ້

2021-12-06 17:46:08 |ມາຈາກ:

ໃນລະດູຮ້ອນປີ 2020, ສາວລາວ ການຈະເນດ ມາສີຊົນໄຊ ໄດ້ຮຽນຈົບວິຊາພາສາ ແລະ ວັນນະຄະດີຈີນ ຈາກມະຫາວິທະຍາໄລຢຸນນານ, ແລ້ວໄດ້ກາຍເປັນພະນັກງານຜູ້ໜຶ່ງທີ່ເຮັດວຽກກ່ຽວກັບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ໃນໄລຍະການຝຶກອົບຮົມເຂົ້າເຮັດວຽກເປັນເວລາສາມເດືອນນັ້ນ, ນາງ ການຈະເນດ ແລະ ບັນດາເພື່ອນຮ່ວມງານໄດ້ຮຽນຮູ້ທິດສະດີທີ່ກ່ຽວຂ້ອງຂອງເສັ້ນທາງລົດໄຟຢ່າງເປັນລະບົບ. ເຖິງແມ່ນວ່າລາວເຄີຍຮຽນວິຊາພາສາຈີນໃນມະຫາວິທະຍາໄລ ແລະ ໄດ້ພື້ນຖານພາສາຈີນທີ່ດີ, ແຕ່ເມື່ອປະເຊີນໜ້າກັບຄໍາສັບຈີນທີ່ເປັນວິຊາການຄື “转向架(ຊ່ວງລ່າງ)” “摇枕弹簧装置(ອຸປະກອນໝອນຮອງລໍຊໍ)” ແລະ ອື່ນໆ, ລາວກໍຮູ້ສຶກມີຄວາມກົດດັນຫຼາຍ.

ຕໍ່ມາ, ນາງ ການຈະເນດ ໄດ້ໄປຮຽນຕົວຈິງນໍາທີມປັບປຸງລະອຽດຕາມເສັ້ນທາງລົດໄຟ. ການຮໍ່າຮຽນຄັ້ງນີ້ໄດ້ໃຊ້ເວລາໜຶ່ງເດືອນກວ່າ ກໍເປັນໄລຍະເວລາທີ່ຫຍຸ້ງຍາກທີ່ສຸດ. "ວຽກງານໃນແຕ່ລະມື້ກໍແມ່ນດໍາເນີນການກວດກາ ແລະ ການສ້ອມແປງປະການຕ່າງໆຕາມເສັ້ນທາງລົດໄຟ, ຕະປູກຽວທຸກອັນກໍບໍ່ປ່ອຍປະລະເລີຍໄດ້. ໃນເວລານັ້ນ, ຫ້ອງນໍ້າທີ່ຢູ່ອ້ອມຮອບເສັ້ນທາງລົດໄຟກໍບໍ່ຫຼາຍປານໃດ, ບາງເທື່ອການໄປຫ້ອງນໍ້ານັ້ນ ກໍ່ເປັນສິ່ງທີ່ຍາກອີ່ຫຼີ." ນາງ ການຈະເນດ ຈື່ໄດ້ວ່າ, ເຖິງແມ່ນວ່າມີຄວາມຫຍຸ້ງຍາກຫຼາຍ, ແຕ່ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງໃນຂະບວນການນີ້, “ຮູບພາບທີ່ຂ້ອຍໄດ້ເຫັນໃນຫ້ອງຮຽນເມື່ອກ່ອນ ໄດ້ກາຍເປັນວັດຖຸທີ່ແທ້ຈິງຢູ່ທາງຫນ້າຂອງຂ້ອຍ, ເຊິ່ງເຮັດໃຫ້ຂ້ອຍກຳຄວາມຮູ້ທາງລົດໄຟໄດ້ຢ່າງຫນັກແຫນ້ນກວ່າເກົ່າ.”

ປັດຈຸບັນນີ້, ນາງ ການຈະເນດ ກໍາລັງຝຶກງານໃນພະແນກວັດຖຸສິ່ງຂອງ ບໍລິສັດວິສະວະກຳກໍ່ສ້າງທາງລົດໄຟຈີນ ເລກ2, ນອກຈາກຄວາມກ້າວໜ້າດ້ານລະດັບພາສາຈີນ ແລະ ຄວາມຮູ້ວິຊາການ, ຄວາມສາມາດໃນການເຮັດວຽກຂອງລາວກໍ່ນັບມື້ນັບແຂງແຮງຂຶ້ນ, ລາວກໍມີຄວາມສຸຂຸມລະອຽດຫຼາຍກວ່າເກົ່າ. “ພວກເຮົາຕ້ອງດໍາເນີນວຽກງານສະຖິຕິລ່ວງໜ້າກ່ຽວກັບວັດຖຸສິ່ງຂອງປະເພດຕ່າງໆທີ່ຕ້ອງການ, ເພາະວ່າຂະບວນການຂົນສົ່ງຂອງວັດຖຸສິ່ງຂອງເຫຼົ່ານີ້ຈາກຈີນມາຮອດລາວຈະໃຊ້ເວລາດົນນານ, ຖ້າເກີດມີຄວາມຜິດພາດກໍ່ຈະເກີດມີຜົນກະທົບອັນຮ້າຍແຮງຕໍ່ການກໍ່ສ້າງໂຄງການ. ສະນັ້ນ, ທຸກສິ່ງທຸກຢ່າງຕ້ອງໄດ້ຢືນຢັນຫຼາຍເທື່ອ.”