ຢາກຂີ່ລົດໄຟລາວ-ຈີນໄປປັກກິ່ງ

2021-12-06 17:47:59 |ມາຈາກ:

ໂຮງຮຽນປະຖົມມິດຕະພາບລາວຈີນບ້ານໜອງປີງ ຕັ້ງຢູ່ເມືອງຈັນທະບຸລີ, ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ກໍ່ສ້າງດ້ວຍການຊ່ວຍເຫຼືອຈາກຈີນໃນປີ 2012, ນັບແຕ່ນັ້ນເປັນຕົ້ນມາ, ຈີນໄດ້ສົ່ງຄູອາສາສະໝັກໄປສອນ ແລະ ສະໜອງອຸປະກອນການຮຽນ-ການສອນ, ເຊິ່ງເປັນໂຄງການແບບຢ່າງແຫ່ງມິດຕະພາບລາວ-ຈີນ.

ປີ 2019, ຄູ ແລະ ນັກຮຽນຂອງໂຮງຮຽນປະຖົມແຫ່ງນີ້ ໄດ້ສົ່ງຈົດໝາຍໄປຍັງທ່ານ ສີຈິ້ນຜິງ ປະທານປະເທດຈີນ ໃນໂອກາດກ່ອນການຈັດກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ 2 ໂດຍສະແດງຄວາມຫວັງວ່າ“ຢາກຂີ່ລົດໄຟລາວ-ຈີນໄປປັກກິ່ງໃນໄວໆນີ້.” ທ່ານ ສີຈິ້ນຜິງໄດ້ຕອບຈົດໝາຍເຖິງບັນດາຄູ ແລະ ນັກຮຽນ, ເປັນກຳລັງໃຈໃຫ້ພວກເຂົາເຈົ້າເປັນຜູ້ສືບທອດມິດຕະພາບລາວ-ຈີນ, "ຍິນດີຕ້ອນຮັບພວກເຈົ້າຂີ່ລົດໄຟລາວ-ຈີນ ມາປັກກິ່ງ ໃນໄວໆນີ້".

ໃນວັນເດັກນ້ອຍສາກົນ 2019, ບໍລິສັດເສັ້ນທາງລົດໄຟລາວ-ຈີນ ໄດ້ເຊື້ອເຊີນບັນດາຄູ ແລະ ນັກຮຽນຂອງໂຮງຮຽນປະຖົມມິດຕະພາບລາວຈີນບ້ານໜອງປີງ ເຂົ້າຊົມສະຖານທີ່ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ເພື່ອໃຫ້ບັນດາຄູ ແລະ ນັກຮຽນເຂົ້າໃຈການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນດ້ວຍຕົນເອງ; ໃນເດືອນພະຈິກ 2019 ບໍລິສັດເສັ້ນທາງລົດໄຟຈີນຈໍາກັດໄດ້ມອບເຄື່ອງນຸ່ງເຄື່ອງແບບໂຮງຮຽນ ແລະ ເຄື່ອງອຸປະກອນຮໍ່າຮຽນວັດທະນະທຳອື່ນໆໃຫ້ແກ່ໂຮງຮຽນປະຖົມມິດຕະພາບລາວຈີນບ້ານໜອງປີງ; ໃນເດືອນ ຕຸລາ 2021, ໂຄງການເສັ້ນທາງລົດໄຟລາວ-ຈີນຂອງບໍລິສັດເສັ້ນທາງລົດໄຟຈີນຈໍາກັດ ໄດ້ມອບອຸປະກອນກິລາເຊັ່ນ: ເດີ່ນເຕະກະຕໍ້ຫວາຍ ໂຕະຕີປີງປອງ ແລະ ອື່ນໆ, ຍັງມີອຸປະກອນຕ້ານການແຜ່ລະບາດຂອງໂຄວິດ-19 ເຊັ່ນ ຜ້າອັດປາກດັງ ແລະ ອື່ນໆ. ນອກຈາກນີ້ແລ້ວ, ກິດຈະກຳ "ຄູຊ່ວຍສອນນອກຫ້ອງຮຽນຈາກເສັ້ນທາງລົດໄຟລາວ-ຈີນ" ທີ່ລິເລີ່ມ ແລະ ເຂົ້າຮ່ວມໂດຍບໍລິສັດເສັ້ນທາງລົດໄຟຈີນໄດ້ໃຫ້ບັນດານັກຮຽນມີເວທີ ແລະ ໂອກາດເປີດກວ້າງສາຍຕາ ສໍາຜັດວິຖີການດໍາລົງຊີວິດ ແລະ ເພີ່ມປະສົບການຂອງຕົນເອງ.

ເສັ້ນທາງລົດໄຟລາວ-ຈີນໃກ້ຈະເປີດນໍາໃຊ້ແລ້ວ, ທ່ານນາງ ພັນທອງ ຄໍາທອງມີ ຜູ້ອໍານວຍການໂຮງຮຽນປະຖົມມິດຕະພາບລາວ-ຈີນບ້ານໜອງປີງ ກ່າວວ່າ, ຫວັງວ່າຈະໄດ້ຂີ່ລົດໄຟໄປປັກກິ່ງກັບບັນດາລູກຫຼານ ແລະ ຮຽນຮູ້ແລກປ່ຽນກັບໝູ່ເພື່ອນນັກຮຽນຢູ່ໃນປັກກິ່ງ. "ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ແມ່ນຈະຕ້ອງເຮັດໃຫ້ການແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດລາວຈີນ ແໜ້ນແຟ້ນກວ່າເກົ່າ, ພວກເຮົາກໍຫວັງວ່າ ໂດຍຜ່ານການຮຽນຮູ້ບົດຮຽນທີ່ກ້າວໜ້າ, ຈະເຮັດໃຫ້ໂຮງຮຽນປະຖົມມິດຕະພາບລາວຈີນບ້ານໜອງປີງ ມີການພັດທະນາທີ່ທັນສະໄໝ ແລະຍາວນານກວ່າເກົ່າ."