ເມືອງລີຜິງ ແຂວງກຸ້ຍໂຈ່ວ: ສີສັນປະເພນີພື້ນເມືອງສະເຫຼີມສະຫຼອງປີຕົ້ງ

2021-12-08 16:50:36 |ມາຈາກ:

ມື້ທຳອິດຂອງເດືອນສິບເອັດ ຕາມປະຕິທິນຈັນທະຄະຕິຂອງຈີນໃນທຸກໆປີ ແມ່ນ “ປີຕົ້ງ” ຂອງຊົນເຜົ່າຕົ້ງ,​ແມ່ນວັນບຸນເຕົ້າໂຮມຄອບຄົວ ແລະ ງານບຸນເກັບກ່ຽວຂອງພີ່ນ້ອງຮ່ວມຊົນເຜົ່າຕົ້ງ. ວັນທີ 4 ທັນວານີ້, ຢູ່ບ້ານຈ່າວຊິງ ຊົນເຜົ່າຕົ້ງ ເມືອງລີຜິງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕົ້ງ ແລະ ຊົນເຜົ່າມົ້ງຊຽນຕົ່ງໜານແຂວງກຸ້ຍໂຈ່ວ, ຊາວຊົນເຜົ່າຕົ້ງທີ່ນຸ່ງເສື້ອຜ້າສວຍງາມ ສະເຫຼີມສະຫຼອງປີຕົ້ງທີ່ເປັນງານບຸນລະນຶກຂອງໄຊເກີທາງ.ຊາວຊົນເຜົ່າຕົ້ງ ພ້ອມດ້ວຍແຂກ ແລະ ​ໝູ່ເພື່ອນໄດ້ເຕົ້າໂຮມນຳກັນ, ໂດຍຜ່ານບັນດາກິດຈະກຳປະເພນີພື້ນເມືອງເຊັ່ນ: ຂະບວນແຫ່ເສື້ອຜ້າ, ການເຮັດເຂົ້າໜົມປີໃໝ່, ຮ້ອງເພງລະຄອນຊົນເຜົ່າຕົ້ງແລະ ກິດຈະກຳອື່ນໆ ສະເຫຼີມສະຫຼອງປີຕົ້ງ.