ການເດີນທາງຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນ(ອີ້ອູ່- ວຽງຈັນ) ເສັ້ນທາງລົດໄຟລາວ-ຈີນ

2021-12-23 16:59:56 |ມາຈາກ:

ວັນທີ 13 ທັນວາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທາງລົດໄຟລາວ-ຈີນ ໄດ້ເລີ່ມເດີນທາງຈາກ ສະຖານີທາງລົດໄຟສາຍຕາເວັນຕົກອີ້ວູ່ ນະຄອນອີ້ວູ່(Yiwu City, Zhejiang Province ) ສປ ຈີນ ມາ ວຽງຈັນ ສປປ ລາວ.



ມື້ດຽວກັນນັ້ນ, ຂະບວນລົດໄຟດັ່ງກ່າວລວມມີ 70 ຕູ້ຄອນເທັນເນີ ໄດ້ບັນທຸກ ເຄື່ອງໄຟຟ້າຂະໜາດນ້ອຍ, ເຄື່ອງປະກອບເຄື່ອງຈັກ, ເຄື່ອງຖັກແສ່ວ, ປຸ໋ຍໂປແຕສຊຽມ ແລະ ອື່ນໆເດີນທາງອອກມາຈາກສະຖານີອີ້ວູ່ແຂວງເຈີຈຽງ , ຂະບວນລົດຈະອອກດ່ານບໍຫ່ານແຂວງຢຸນນານ ສປ ຈີນ ມາຮອດ ນະຄອນຫຼວງວຽງຈັນ ໂດຍໃຊ້ເວລາເດີນທາງທັງໝົດ 4 ມື້.

ໝາຍເຫດ: ອີ້ວູ່ ເປັນສູນຖ່າຍໂອນສີນຄ້າຂະໜາດນ້ອຍທີ່ໃຫຍ່ທີ່ສຸດຂອງໂລກ, ເຊິ່ງຖືກສະຫະປະຊາຊາດ ທະນາຄານໂລກ ແລະ ອົງການມີອໍານາດສາກົນຕ່າງໆກຳນົດ ໃຫ້ເປັນ ຕະຫຼາດທີ່ໃຫຍ່ທີ່ສຸດຂອງໂລກ