ທ່ານທູດໃຫຍ່ປະຈຳ ສປ ຈີນ ຊ່ວຍຖ່າຍທອດສົດຂາຍເຄື່ອງ ແປບດຽວກໍຂາຍໝົດ (ຂາຍໝົດໃນພິບຕາ)

2021-12-23 17:02:28 |ມາຈາກ:

ມໍ່ໆມານີ້, ທ່ານທູດໃຫຍ່ຫຼາຍທ່ານທີ່ປະຈຳຢູ່ ສປ ຈີນ ໄດ້ຊ່ວຍຖ່າຍທອດສົດຂາຍເຄື່ອງ ຂາຍໄດ້ດີ ເອົາແທ້ເອົາວ່າ ຈົນເປັນຂໍ້ປະເດັນທາງສຽງພາບບັນຍາກາດການຖ່າຍທອດສົດຂາຍເຄື່ອງອັນຟົດຟື່ນຂອງບັນດາທ່ານທູດໃຫຍ່ຫຼາຍທ່ານທີ່ປະຈຳຢູ່ ສປ ຈີນ ກໍາລັງເປັນທີ່ໍສົນໃຈ.

ວັນທີ 12 ມິຖຸນາ 2020, ສະຖານີໂທລະພາບແຂວງໄຮ ໜານ(Hainan Broadcasting Group)ໄດ້ຈັດລາຍການ ໃຫ້ທ່ານທູດໃຫຍ່ທີ່ປະຈຳຢູ່ ສປ ຈີນ ຊ່ວຍຖ່າຍທອດສົດຂາຍເຄື່ອງ ທີ່ມີຊື່ວ່າ ສິນຄ້າທີ່ຍອດຢ້ຽມໃນທົ່ວໂລກ, ເພື່ອຊຸກຍູ້ການໝູນວຽນສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພີ່ມທະວີການຮ່ວມມືແລະການແລກປ່ຽນທາງເສດຖະກິດການຄ້າ ແລະ ວັດທະນະທຳລະຫວ່າງ ທ່າການຄ້າເສລີແຂວງໄຮໜານກັບປະເທດຕ່າງໆ.

ລາຍການ ສິນຄ້າທີ່ຍອດຢ້ຽມໃນທົ່ວໂລກໄດ້ນໍາສະເໜີລາຍການໃນຮູບແບບຄວບຄູ່ທັງຜ່ານທາງໂທລະພາບ ແລະ ອອນລາຍ ໂດຍໃຫ້ ທ່ານທູດໃຫຍ່ນຳສະເໜີສິນຄ້າຂອງປະເທດຕົນເອງ + ການສຳຜັດຂອງຜູ້ຊົມ +ໄລຟສົດຂາຍເຄື່ອງ, ທຸກສິນຄ້າທີ່ທ່ານທູດໃຫຍ່ແນະນໍາໃນໂທລະພາບ ໃນເວລາດຽວກັນທາງອອນລາຍກໍຈະຖ່າຍທອດສົດຂາຍໄປພ້ອມໆກັນ. ນອກນັ້ນຜູ້ຊົມຍັງສາມາດຊື້ສິນຄ້າດັ່ງກ່າວໃນ ຮ້ານຄ້າທາງອອນລາຍ ເຊັ່ນ ທາວເປົາ ຕິກຕອກ ເວີ່ຍປໍ ແລະ ຮ້ານຄ້າຮ່ວມລາຍການອີກທັງໝົດ 300 ກວ່າ ຮ້ານ.

ນັບແຕ່ມີການຈັດລາຍການດັ່ງກ່າວເປັນຕົ້ນມາ ມີຄົນເຂົ້າມາເບິ່ງການຖ່າຍທອດສົດ 50 ລ້ານເທື່ອຄົນ ແລະ ເຂົ້າໄປອ່ານໃນໜ້າເວີ່ຍປໍ 65 ລ້ານເທື່ອ ເຊິ່ງໄດ້ສ້າງມູນຄ່າການຄ້າຂາຍທັງໝົດ 50 ລ້ານກວ່າຢວນ(ປະມານ 770 000 ໂດລາ).