ຢາກຂີ່ລົດໄຟໄປລາວໃນໄວໆນີ້ ---ຄວາມຄອງຄອຍຂອງອາສາສະໝັກທີ່ມາຈາກນະຄອນຊຽງໄຮ

2021-12-23 17:11:56 |ມາຈາກ:

“ຢາກຂີ່ລົດໄຟໄປລາວໃນໄວໆນີ້ ໄປຢາມເພື່ອນເກົ່າຢູ່ຫ້ັນ ແລະ ສືບຕໍ່ຜັນຂະຫຍາຍມິດຕະພາບລາວ-ຈີນ.” ຕົ້ນເດືອນທັນວາ ທີ່ນະຄອນຊຽງໄຮ ໃນງານສຳມະນາແຫ່ງໜຶ່ງ, ຊາວໜຸ່ມອາສາສະໝັກທີ່ໄດ້ເຂົ້າຮ່ວມໂຄງການຊ່ວຍເຫຼືອປະເທດລາວໄດ້ທະຍອຍກັນເວົ້າວ່າ ຫຼັງຈາກໂຄວິດສິ້ນສຸດແລ້ວຢາກກັບໄປທ່ຽວເມືອງລາວ.

ນັບແຕ່ປີ 2002 ເປັນຕົ້ນມາ, ນະຄອນຊຽງໄຮໄດ້ແຕ່ງຕັ້ງ ຊາວໜຸ່ມອາສາສະໝັກທັງໝົດ119 ຄົນ ລວມ 11 ຊຸດໄປຊ່ວຍເຫຼືອປະເທດລາວ, ກຸ່ມອາສາສະໝັກດັ່ງກ່າວໄດ້ຈັດສັນວຽກງານຕ່າງໆ ເຊັ່ນ ການສອນພາສາອັງກິດ ການອົບຮົມດ້ານກິລາ ການອົບຮົມດ້ານຄອນພິມເຕີ, ວຽກງານສາທາລະນະສຸກ ແລະເຕັກນິກກະສິກຳເປັນຕົ້ນ, ເຊິ່ງນອກຈາກໄດ້ສະໜັບສະໜູນການພັດທະນາທ້ອງຖິ່ນໃນ ສປປ ລາວ​ ຍັງໄດ້ສານຕໍ່ມິດຕະພາບອັນງົດງາມ.