ແຂວງຊານຕົງ: ສະຫະກອນລ້ຽງສັດຊຸກຍູ້ການພັດທະນາເສດຖະກິດຊົນນະບົດ

2021-12-23 17:16:46 |ມາຈາກ:

ປີມໍ່ໆມານີ້, ຕາແສງຊຸ້ຍໂກ ເຂດຊືຈົ່ງ ນະຄອນຈາວຈ່ວງ ແຂວງຊານຕົງ(Shuiguo Town, Shizhong District, Zaozhuang City, Shandong Province)ໄດ້ຍຶດຖືທ່າແຮງດ້ານຊັບພະຍາກອນ, ເຈາະຈົງໃສ່ຄວາມຕ້ອງການຂອງຕະຫຼາດ, ຫ້າວຫັນໃນການພັດທະນາສະຫະກອນລ້ຽງສັດ, ໂດຍຜ່ານຮູບແບບ“ບໍລິສັດ + ສະຫະກອນ + ຊາວກະສິກອນ”, ເຮັດໃຫ້ການລ້ຽງງົວ ແບ້ ໄກ່ ເປັດ ແລະ ສັດຕ່າງໆ ຖືກມາດຖານ, ເປັນຮູບແບບ ແລະ ລວມສູນ, ເຊິ່ງໄດ້ນຳພາຂະແໜງການລ້ຽງສັດ ແລະ ການຄ້າຂາຍສັດໃຫ້ກາຍເປັນຕ່ອງໂສ້ຄົບວົງຈອນ, ເຊິ່ງໄດ້ເຮັດໃຫ້ຊາວນາມີລາຍຮັບເພີ່ມຂຶ້ນ ແລະ ຊຸກຍູ້ການພັດທະນາເສດຖະກິດຂອງຊົນນະບົດ. ມາຮອດປັດຈຸບັນີ້ ຕາແສງດັ່ງກ່າວມີ ສະຫະກອນລວມທັງໝົດ 26 ແຫ່ງ, ທຸກປີສາມາດຈຳໜ່າຍສັດໄດ້ 1,4 ລ້ານ ກວ່າໂຕ.