ແຂວງກຸ້ຍໂຈວ: ຊານ້ຳມັນສົ່ງເສີມການເພີ່ມລາຍຮັບຂອງຊາວກະສິກອນ

2021-12-23 18:06:43 |ມາຈາກ:

ລະດູໃບໄມ້ຫຼົ່ນປີນີ້, ເມືອງປົກຄອງຕົນເອງຊົນເຜົ່າຕົງ ຢີ້ຜິງ ນະຄອນຖົງເຣິນ ແຂວງກຸ້ຍໂຈວ(Yuping Dong Autonomous County, Tongren City, Guizhou Province ) ໄດ້ຕ້ອນຮັບລະດູການເກັບກ່ຽວຊານ້ຳມັນ, ຮູບລຸ່ມນີ້ ແມ່ນຊາວກະສິກອນໄດ້ຂຸ້ນຂ້ຽວເກັບຊານ້ຳມັນ, ຂົນສົ່ງ ແລະ ຕາກຊານ້ຳມັນ. ປີມໍ່ໆມານີ້, ເມືອງຢີ້ຜິງ ໄດ້ນຳໃຊ້ຮູບແບບ “ບໍລິສັດ + ສະຫະກອນ + ສວນປູກ + ຊາວກະສິກອນ”, ອອກແຮງສູ້ຊົນປູກຊານ້ຳມັນ, ໂດຍໃຊ້ວິທີຕ່າງໆ ເຊັ່ນ: ເຂົ້າຫຸ້ນໃນທີ່ດິນ, ການໜູນວຽນເຊົ່າທີ່ດິນ, ປູກພືດໃຫ້ມີລັກສະນະເປັນຮູບແບບ, ຮັກປະກັນລາຄາເກັບຊື້ ແລະ ຮັບຈ້າງແຮງງານ, ເຊິ່ງໄດ້ນຳພາກະສິກອນເພີ່ມລາຍຮັບ ແລະສ້າງຄວາມຮັ່ງມີ.