ກິດຈະກຳທີ່ຫຼາກຫຼາຍ ຊ່ວຍນັກຮຽນຫຼຸດຜ່ອນຄວາມກົດດັນດ້ານການຮຽນ

2021-12-23 18:08:41 |ມາຈາກ:

ມື້ມໍ່ໆມານີ້, ທີ່ ໂຮງຮຽນໝິງຊື ຕາແສງກູໂຈວ ເມືອງຢອງຈ່ຽງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຕົງ ຊຽນຕົງນານ ແຂວງກຸ້ຍໂຈວ (Guzhou Town, Rongjiang County, Qiandongnan Miao and Dong Autonomous Prefecture, Guizhou Province ) ເດັກນັກຮຽນຊົນເຜົ່າຕົງ ກຳລັງຮ້ອງເພງ ແລະ ຫຼິ້ນດົນຕີພີພາ (Pipa).

ນັບແຕ່ການເປີດສົກຮຽນລະດູໃບໄມ້ຫຼົ່ນຂອງປີນີ້ເປັນຕົ້ນມາ, ແຕ່ລະທ້ອງຖິ່ງໄດ້ຕັ້ງໜ້າປະຕິບັດ ນະໂຍບາຍ “ຫຼຸດຜ່ອນສອງຢ່າງ” ກໍຄື ຫຼຸດຜ່ອນການແບກຫາບກວຽກບ້ານໜັກ ແລະ ຫຼຸດຜ່ອນການອົບຮົມນອກໂຮງຮຽນໃນລະບົບການສຶກສາ 9 ປີ, ເພື່ອຮັບປະກັນໃຫ້ນັກຮຽນ ສາມາດຮຽນໄດ້ດີ ແລະ ມີປະສິດທິພາບເມື່ອຮຽນໃນໂຮງຮຽນ . ດັ່ງນັ້ນໂຮງຮຽນຕ່າງໆໄດ້ນຳໃຊ້ເວລານອກໂມງຮຽນຈັດກິດຈະກຳທີ່ອຸດົມສົມບູນ ແລະ ມີຮູບແບບຫຼາກຫຼາຍ, ເຮັດໃຫ້ນັກຮຽນໃຊ້ຊີວິດຢູ່ໂຮງຮຽນຢ່າງມ່ວນຊື່ນສົມບູນ ແລະ ສົ່ງເສີມໃຫ້ນັກຮຽນສາມາດເຕີບໃຫຍ່ຢ່າງເຂັ້ມແຂງ.