ຂະແໜງການໄມ້ໄຜ່ ກາຍເປັນຕ່ອງໂສ້ຄວາມຮັ່ງມີ

2021-12-23 18:11:25 |ມາຈາກ:

ນະຄອນຊືຊຸຍ ແຂວງກຸ້ຍໂຈວ(Chishui Ccity, Guizhou Provience) ມີນາມມະຍົດວ່າເປັນ ບ້ານແຫ່ງໄມ້ໄຜ່ຂອງຈີນ, ມີເນື້ອທີ່ປ່າໄມ້ໄຜ່ 1,38 ລ້ານກວ່າມູ້( ປະມານ 2090 ເຮັກຕາ). ໄມ້ໄຜ່ມີຈຸດດີເຊັ່ນ ເຕີບໃຫຍ່ໄວ, ໄລຍະເກັບກ່ຽວບໍ່ດົນ, ເກີດຄືນໃໝ່ໄດ້ ເປັນຕົ້ນ. ນະຄອນຊືຊຸຍໄດ້ໝຸນໃຊ້ຊັບພະຍາກອນທີ່ພົ້ນເດັ່ນດັ່ງກ່າວ ອອກແຮງສຸມໃສ່ຂະແໜງການໄມ້ໄຜ່ຢ່າງສຸດຂີດ. ໃນຕອນຕົ້ນຂອງ ຕ່ອງໂສ້ຂະແໜງການ ແມ່ນອາໃສການຂາຍຕົ້ນໄຜ່ ແລະ ໜໍ່ໄມ້, ພັດທະນາເສດຖະກິດອ້ອມຮອບສວນ ແລະ ການທ່ອງທ່ຽວ. ສ່ວນໃນຕອນທ້າຍຂອງຕ່ອງໂສ້ຂະແໜງການ ແມ່ນມີ ທຸລະກິດໃຫມ່ທີ່ເກີດມາຈາກໄມ້ໄຜ່ ເຊັ່ນ: ເຄື່ອງທີ່ຜະລິດດ້ວຍໄມ້ໄຜ່ ເຟີນິເຈີ ທີ່ເຮັດດ້ວຍໄມ້ໄຜ່ ແລະ ອື່ນໆ.

ປີ 2020, ຍອດມູນຄ່າຜົນຜະລິດຂະແໜງການໄມ້ໄຜ່ນະຄອນຊືຊຸຍ ມີເຖິງ 6,2 ຕື້ ຢວນ (ປະມານ 953 ຮ້ອຍລ້ານໂດລາ), ເຊິ່ງໄດ້ນຳພາໃຫ້ 2 ແສນຄົນມີລາຍໄດ້ເພີ່ມຂຶ້ນກາຍ 3200 ຢວນ(ປະມານ 500 ໂດລາ), ລາຍຮັບຈາກຂະແໜງການໄມ້ໄຜ່ໄດ້ກວມເອົາ GDP 58% ຂອງ ທົ່ວເມືອງ.

ຊາວບ້ານ ວາເພິງຜິງ ມີອາຊີບເຮັດວຽກກໍ່ສ້າງ ລາວໃຊ້ເວລາຫວ່າງຕັດໄມ້ໄຜ່ຂາຍ ມື້ໜຶ່ງມີລາຍຮັບ ປະມານ 500 ຢວນ(ປະມານ 76 ໂດລາ).

ຊາວບ້ານ ຕົງຊິງປິງ ກຳລັງເກືອໄກ່ທີ່ສວນສາທິດລ້ຽງໄກ່ດຳຢູ່ປ່າໄຜ່, ທຸກປີ ບໍລິສັດດັ່່ງກ່າວໄດ້ສົ່ງອອກ ໄກ່ເປັນສິນຄ້າ 5​ແສນໂຕໄປເຖິງນະຄອນຈົງກິ່ງ ແລະ ນະຄອນເສິງຕູ.