ກິ່ນຫອມຂອງເສັ້ນລ້ອນລອຍຕາມສາຍລົມ ພ້ອມສ້າງລາຍໄດ້ໃຫ້ແກ່ຊາວບ້ານ

2021-12-23 18:14:37 |ມາຈາກ:

ວັນທີ 13 ເດືອນທັນວາ, ທີ່ຟາມກະສິກຳຂອງຄອບຄົວບ້ານຕູ້ ຕາແສງເວີນຊູ ເມືອງກ່ວງຊານ ແຂວງເຫີໜານ(Du Huai village, Wenshu Township, Guangshan County, Henan Province), ຊາວບ້ານກຳລັງຫຍຸ້ງວຽກການຜະລິດ ແລະ ຕາກເສັ້ນລ້ອນທີ່ເຮັດດ້ວຍມື ເຊິ່ງໄດ້ສືບທອດມາເປັນເວລາດົນນານແລ້ວ.

ປີມໍ່ໆມານີ້, ເມືອງກ່ວງຊານໄດ້້ນຳໃຊ້ຮູບແບບຕ່າງໆ ເຊັ່ນ ການອຸດໜູນດ້ານທຶນຮອນ ແລະ ສິນເຊື່ອເປັນຕົ້ນ, ເພື່ອສົ່ງເສີມຊາວບ້ານສືບທອດຜັນຂະຫຍາຍກຳມະວິທີການຜະລິດເສັ້ນລ້ອນ, ແນວທາງນີ້ດ້ານໜຶ່ງແມ່ນສາມາດສົ່ງເສີມຂະແໜງການທີ່ມີເອກະລັກຂອງທ້ອງຖິ່ນ ອີກດ້ານໜຶ່ງແມ່ນແກ້ບັນຫາການຫາວຽກຍາກຂອງຄົນເຖົ້າ ແລະ ແມ່ຍິງໃນລະດູທີ່ຫວ່າງຈາກວຽກຊາວສວນ.

ອີງຕາມຂໍ້ມູນ, ຊາວບ້ານໄດ້ຕົກລົງກັນຢ່າງເປັນເອກະພາບໃນການໃຊ້ກຳມະວິທີຜະລິດເສັ້ນລ້ອນ ຫຸ້ມຫໍ່ເຄື່ອງ ແລະ ຕິດເຄື່ອງໝາຍສິນຄ້າ, ແລ້ວຈຳໜ່າຍໄປສູ່ຕະຫຼາດຕ່າງໆໂດຍຜ່ານຖານການຄ້າເອເລັກໂຕຼນິກ. ປັດຈຸບັນນີ້ການຜະລິດເສັ້ນລ້ອນໄດ້ກາຍເປັນຂະແໜງການສຳຄັນທີ່ເພີ່ມລາຍຮັບສ້າງຄວາມຮັ່ງມີໃຫ້ແກ່ຊາວບ້ານ.