ເຂດຊີໄຮກູ: ບອກລາກັບຄວາມທຸກຍາກ ຕ້ອນຮັບຄວາມສຸກອັນຍືນຍາວ

2021-12-23 18:16:50 |ມາຈາກ:

ເຂດນີ້ເຄີຍຖືວ່າເປັນບ່ອນທີ່ບໍ່ເໝາະກັບການດຳລົງຊີວິດຂອງມະນຸດທີ່ສຸດ( ໃນປີ 1972 ກົມພັດທະນາສະບຽງອາຫານ ສະຫະປະຊາຊາດ United Nations Food Development ໄດ້ກຳນົດເອົາເຂດຊີໄຮກູເປັນໜຶ່ງໃນບ່ອນທີ່ບໍ່ເໝາະສົມກັບການດຳລົງຊີວິດຂອງມະນຸດທີ່ສຸດ), ເຂດນີ້ກໍໄດ້ກາຍເປັນບ່ອນທີ່ສ້າງຄວາມມະຫັດສະຈັນໃນດ້ານການລົບລ້າງຄວາມທຸກຍາກໃຫ້ແກ່ໂລກ. ເຂດນີ້ເຄີຍມີຊື່ສຽງຍ້ອນຄວາມທຸກຍາກ, ແຕ່ເລື່ອງລາວ ຄວາມຫ້າວຫັນເຂັ້ມແຂງບໍ່ທໍ້ຖອຍຂອງຄົນທີ່ ຕໍ່ສູ້ກັບສະພາບອາກາດອັນໂຫດຮ້າຍ ໄດ້ ເຮັດໃຫ້ມະນຸດຄົນໄດ້ຮັບຮູ້ຢ່າງຈະແຈ້ງທີ່ສຸດ.

ເຂດຊີໄຮກູ ແມ່ນປະກອບດ້ວຍ 9 ເມືອງທຸກຍາກຂອງ ເຂດປົກຄອງຕົນເອງຊົນເຜົ່າຮຸຍ ໜິງເຊ້ຍ(Ningxia Hui Autonomous Region), ວັນທີ 16 ພະຈິກ 2021 ເຂດຊີໄຮກູໄດ້ບອກລາປະຫວັດສາດຄວາມທຸກຍາກອັນ
ຍາວນານ.

ປັດຈຸບັນນີ້, ພື້ນດິນທີ່ມີພຽງແຕ່ສີເຫຼືອງເປັນຫຼັກໄດ້ມີຫຼາກຫຼາຍສີສັນທີ່ພົ້ນເດັ່ນເຂົ້າມາປ່ຽນແທນ,ໝາກໂກຈີ (Lycium barbarum)ສີແດງ, ງົວສີຄຳ, ແບ້ສີຂາວ, ໝາກອະງຸ່ນສີມ່ວງ, ພືດຜັກສີຂຽວຕ່າງໆ ໄດ້ປະກອບເປັນມ້ວນພາບທີ່ງົດງາມ ແລະ ສ້າງຮາກຖານອຸດສາຫະກຳທີ່ນັບມື້ນັບເຂັ້ມແຂງໃຫ້ແກ່ເຂດນີ້.