ກິ່ງແຂວງນູຈ່ຽງສະເຫຼີມສະຫຼອງງານບຸນ"ຄົ້ວຊືເຈຍ"ຂອງຊົນເຜົ່າລີຊູ

2021-12-24 22:01:22 |ມາຈາກ:

ງານບຸນ "ຄົ້ວຊືເຈຍ"ແມ່ນງານບຸນປະເພນີທີ່ຍິ່ງໃຫຍ່ທີ່ສຸດຂອງຊົນເຜົ່າລີຊູ. ເດືອນພຶດສະພາຂອງປີນີ້, ງານບຸນ"ຄົ້ວຊືເຈຍ"ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ໂຄງການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸແຫ່ງຊາດຈີນ, ​ງານບຸນທ່ອງທ່ຽວແລະວັດທະນະທຳ"ຄົ້ວຊືເຈຍ"ໄດ້ກາຍເປັນນາມບັດທີ່ສວຍງາມຂອງການໂຄສະນາເຜີຍແຜ່ຕໍ່ພາຍນອກຂອງກິ່ງແຂວງນູຈ່ຽງ. ງານບຸນ"ຄົ້ວຊືເຈຍ"ໃນປີນີ້,ກິ່ງແຂວງນູຈ່ຽງໄດ້ປະສົມປະສານການເຄື່ອນໄຫວທາງອິນເຕີເນັດ​ແລະ ໃນສະຖານທີ່ຈັດງານໃນການເປັນເຈົ້າພາບຈັດຕັ້ງກິດຈະກຳຕ່າງໆ.