ທ່ານ ວາງຢີ້ ຕ້ອນຮັບການເຂົ້າສຳພາດຂອງວິທະຍຸໂທລະພາບສູນກາງຈີນ

2021-01-04 16:53:55 |ມາຈາກ: CRI

ເມື່ອ​ບໍ່​ດົນ​ມານີ້, ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ໂດຍ​ໄດ້​ແນະ​ນຳ​ສະ​ພາບ​ການ​ສາ​ກົນ​ ແລະ ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃນ​ປີ 2020 ທັງ​ກ່າວ​ວ່າ, ປີ 2020 ແມ່ນ​ປີ​ທີ່​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ເຖິງ​ວ່າໄດ້​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ ແຕ່​ກໍ​ຍັງ​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ.

ທ່ານ ກ່າວ​ວ່າ: ປີ 2020 ດ້ວຍ​ຮູບ​ການ​ທາງວິ​ດີ​ໂອ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ ຫຼື ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ຕ່າງ​ປະ​ເທດຫຼາຍ​ປະ​ເທດ ແລະ ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ລວມ​ທັງ​ໝົດ 87 ເທື່ອ ທັງ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ທີ່​ສຳ​ຄັນ 22 ເທື່ອ. ໃນ​ໂອ​ກາດ​ເຫຼົ່າ​ນີ້, ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ໄວ​ຣັດ​ບໍ່​ມີ​ພົມ​ແດນ ແລະ​ ເຊື້ອ​ພະ​ຍາດ​ຈະ​ບໍ່​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ. ທົ່ວ​ມວນ​ມະ​ນຸດ ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ຈຶ່ງ​ຕ້ອງ​ໄດ້​ມີ​ຈິດ​ໃຈ​ວິ​ທະ​ຍາ​ສາດ ເພື່ອ​ຊຸກ​ຍູ້​ການ​ປ້ອງ​ກັນ ແລະ ການ​ຄວບ​ຄຸມ​ພ້ອມ​ກັນ​ ພ້ອມ​ທັງ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ວັກ​ຊີນ​ໃນ​ສາ​ກົນ ແລະ ຮ່ວມ​ກັນ​ແນວ​ປ້ອງ​ກັນ​ພະ​ຍາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ນອກນີ້, ທ່ານ ວາງຢີ້ ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ ພະ​ຍາດ​ໂຄວິດ-19 ຍັງ​ພວມ​ລະ​ບາດ​ຢູ່​ທົ່ວ​ໂລກ, ແນວ​ຮົບ​ການ​ຕ່າງ​ປະ​ເທດ ຈະ​ເຮັດ​ວຽກ​ງານ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ພະ​ຍາດ​ມາ​ຈາກ​ພາຍນອກ ແລະ ວຽກ​ງານ​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ໃຫ້​ດີ​ຢ່າງ​ແທ້​ຈິງ, ທັງ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ໃຫ້​ແກ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄວາມ​ຕ້ອງ​ການ.