ສື່ມວນຊົນ ແລະບຸກຄົນຫຼາຍປະເທດຕີລາຄາຢ່າງສູງຕໍ່ຄຳອວຍພອນປີໃໝ່ສາກົນ 2021 ຂອງທ່ານສີຈິ້ນຜິງ

2021-01-04 16:58:10 |ມາຈາກ: CRI

ວັນ​ທີ 31 ທັນ​ວ​າ 2020, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ ​ໄດ້​​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ 2021 ຜ່ານ​ຈາກ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ທາງອິນ​ເຕີ​ເນັດ. ສື່ມວນ​ຊົນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ ແລະ​ບຸກ​ຄົນ​ວົງ​ການ​ວິ​ຊາ​ການ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ອວຍ​ພອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ.

ວັນ​ທີ 31 ທັນ​ວາ 2020 ຕາມ​ເວ​ລາ​ທ້ອງ​ຖິ່ນ, ເວັບ​ໄຊ​ຂອງໜັງ​ສື​ພິມ il Giornale ເຊິ່ງ​ເປັນ​ໜຶ່ງ​ໃນ​ໜັງ​ສື​ພິ​ມ​ທີ່​ສຳ​ຄັນລະ​ດັບ​ຊາດ​ຂອງ​ປະ​ເທດ​ອີ​ຕາ​ຣີ ໄ​ດ້​​ພິມ​ບົດ​ຄວາ​ມ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ໂດຍ​ໄດ້​ແນະ​​ນຳ​ເນື້ອ​ໃນ​ຄຳ​ອວຍ​ພອນ​ປີ​ໃໝ່​ສາ​ກົນ 2021 ຂ​ອງ​ທ່ານ​ສີ​ຈິ້ນ​ຜິງຢ່າງ​ຮອບ​ດ້ານ ​ໂດຍ​ແບ່ງ​ເປັນຫຼາຍ​ພາກ​ສ່ວນ​ທີ່​ມີ​ຫົວ​ຂໍ້​ຄື“​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ບາດ​ໂຄວິດ-19 ແລະ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ”“​ໝາກ​ຜົນ​ອັນ​ຍິ່ງ​ໃຫຍ່​ທາງ​ປະ​ຫວັດ​ສາດ”“​ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ”.

ໜັງ​ສື​ພິມ El Peruano ທີ່​ເປັນ​ໜັງ​ສື​ພິມ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ​-ລາ​ຕິນ, ໄດ້​​ພິມ​ບົດ​ວິ​ເຄາະ​ກ່ຽວ​ກັບ​ຄຳ​ອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງວ່າ, ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ, ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ຕື່ມ​ອີກໃນ​ປະ​ຊາ​ຄົມ​ໂລກ​ໃນ​ໄລ​ຍະຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ໃນ​ນັ້ນ, ຈຸດ​ທີ່​ສຳ​ຄັນ​ທີ່​ສຸດ​ກໍ​ຄື, ຈີນ​ຈະ​ສືບ​ຕໍ່​ລິ​ເລີ່ມ ແລະ​ຮັກ​ສາຫຼັກ​ການ​ລັດ​ທິຫຼາຍ​ຝ່າຍ​ຢູ່​​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະຢູ່​ກົນ​ໄກ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ພາກ​ພື້ນ. ປະ​ຊາ​ຄົມ​ໂລກ​ຈະ​ສືບ​ຕໍ່​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຕື່ມ​ອີກ​ຂອງ​ປະ​ເທດ​ຈີນ​ຢ່າງ​ໃກ້​ຊິດ.

ທ່ານ​ຮູ​ຣຽວ ຣິ​ໂອ​ສ, ຫົວ​ໜ້າ​ຫ້ອງ​ການ​ສັງ​ເກດ​ການ​ນະ​ໂຍ​ບາຍ​ຈີນ​ຂອງ​ແອ​ສ​ປາຍ​ກ່າວ​ວ່າ, ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ສະ​ຖາ​ນະ​ການ​ສາ​ກົນ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ຈີນ​ໄດ້​ສະ​ແດງ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ທີ່​ມີ​ປະ​ສິດ​ທິ​ຜົນ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ, ພ້ອມ​ກັນ​ນັ້ນ, ບັ້ນ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ກໍ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່, ສັນ​ຍາ​ວ່າ​ດ້ວຍ​ການ​ລົງ​ທຶນ​ຈີນ-ເອີ​ຣົບົ​ໄດ້​ຊີ້​ທາງ​ຢ່າງ​ຊັດ​ເຈນ​ໃຫ້​ແກ່​ການ​ຮັກ​ສາ​ລັດ​ທິຫຼາຍ​ຝ່​າຍ ແລະ​ການ​ປັບ​ປຸ່ງ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ ເຊິ່ງ​ໄດ້​ເຮັດ​ໃຫ້​ພ​ວກເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າ​ງ​ເຕັມ​ທີ່​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ.