ຄວາມຝັນພາສາຈີນຂອງຂ້ອຍ

2021-01-05 16:05:09 |ມາຈາກ: Yunnan Gateway

ໝາຍເຫດຂອງບັນນາທິການ:ມີໝູ່ເພື່ອນທີ່ຮຽນພາສາຈີນຫຼາຍຄົນຖາມ ບັນນາທິການວ່າ, ຄວນເຮັດຈັ່ງໃດຈຶ່ງສາມາດຮຽນພາສາຈີນເກັ່ງ? ຂ້ອຍຄິດໄປຄິດມາ, ສິ່ງທີ່ສຳຄັນທີ່ສຸດກໍຄືອ່ານຫຼາຍ, ເວົ້າຫຼາຍ ແລະ ສະສົມຄວາມຮູ້ໃຫ້ຫຼາຍ, ແຕ່ກໍ ຮູ້ສຶກວ່າຍັງຂາດໂຕໃດໂຕໜຶ່ງ.

ກ່ອນໜ້ານີ້ບໍ່ດົນ, ພາຍໃຕ້ການນຳແນະຂອງໝູ່ ບັນນາທິການໄດ້ຮູ້ຈັກກັບ ທ່ານ ຫຼີ ກົວໝິງ (JackBrown) ຄູສອນພາກພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ, ລາວເຄີຍຮຽນພາສາຈີນດ້ວຍຕົນເອງ, ເປີດຫ້ອງອົບຮົມພາສາຈີນ, ຜ່ານມາ 10 ປາຍປີນີ້ ລາວໄດ້ຝຶກສອນຜູ້ຮຽນພາສາຈີນ 2000 ກວ່າຄົນ. ບັນນາທິການ ໄດ້ຖາມລາວວ່າຄວນຮຽນພາສາຈີນຈັ່ງໃດ, ລາວທັງຍິ້ມທັງເວົ້າ: “ຄືບໍ່ມາຟັງເລື່ອງລາວຂອງຂ້ອຍກ່ອນ?” ສະນັ້ນ, ກໍໄດ້ມີບົດເລື່ອງໃນອາທິດນີ້ຂອງພວກເຮົາ.

ຂ້ອຍເປັນຄົນເຜົ່າຫໍ້ , ປູ່ຍ່າຕາຍາຍທີ່ຢູ່ອ້ອມຮອບວັດທະນະທຳຕ່າງຊາດ ບໍ່ໄດ້ເວົ້າພາສາຈີນແຕ່ດົນມາແລ້ວ, ສະນັ້ນຕອນຍັງນ້ອຍຂ້ອຍກໍບໍ່ເຄີຍໄດ້ຍິນພາສາຈີນ, ແລະ ເວົ້າພາສາຈີນບໍ່ໄດ້ຈັກຄຳ. ມີເທື່ອໜຶ່ງທີ່ຂ້ອຍຍ່າງເລາະໄປຕາມມະຫາວິທະຍາໄລແຫ່ງຊາດ, ໄດ້ຍິນສຽງພາສາທີ່ຂ້ອຍຟັງບໍ່ເຂົ້າໃຈໂດຍບັງເອີນ, ເຮັດໃຫ້ຂ້ອຍຮູ້ສຶກແປກປະຫຼາດຫຼາຍ, ຂ້ອຍຮູ້ສຶກຖືກດຶງດູດໃຈຫຼາຍເລີຍໄປລັກເບິ່ງຢູ່ນອກປ່ອງຢ້ຽມ, ແລະ ເວົ້າຈັກຄຳແບບຂີ້ດື້ສອນຄວາມ, ຂ້ອຍຮູ້ສຶກມ່ວນຫຼາຍ, ຫຼັງຈາກນັ້ນຂ້ອຍຈຶ່ງຮູ້ວ່າພາສານັ້ນແມ່ນພາສາຈີນ--ພາສາຂອງປະເທດຈີນ. ໃນຕອນນັ້ນ, ຂ້ອຍກໍໄດ້ຕັດສິນໃຈແບບງຽບໆວ່າ ໃນອະນາຄົດຈະຮຽນພາສານີ້. ບໍ່ຮູ້ວ່າເປັນຍ້ອນຄວາມໃກ້ຊິດຈາກເລືອດເນື້ອເຊື້ອໄຂ ຫຼືຍ້ອນຄວາມຢາກຮູ້ຢາກເຫັນຂອງເດັກນ້ອຍ, ສະຫຼຸບແລ້ວ, ຂ້ອຍກໍໄດ້ເລີ່ມຄວາມຝັນພາສາຈີນດ້ວຍວິທີດັ່ງກ່າວ.

ຫຼັງຈາກເຂົ້າຮຽນມະຫາວິທະຍາໄລແລ້ວ, ຂ້ອຍມີຄວາມສົນໃຈຫຼາຍຕໍ່ວັດທະນະທຳຊົນເຜົ່າຫໍ້ຂອງປະເທດລາວ. ເຜົ່າຫໍ້ ເປັນຊົນເຜົ່າທີ່ມີປະຊາກອນຈຳນວນໜ້ອຍຂອງປະເທດລາວ, ແຕ່ວ່າສຳລັບຄວາມເປັນມາ, ວັດທະນະທຳ ແລະ ຮີດຄອງປະເພນີຂອງຊົນເຜົ່ານີ້ ປັດຈຸບັນຍັງບໍ່ທັນມີຄົນຄົ້ນຄວ້າ, ໃນຕອນນັ້ນຂ້ອຍມີຄວາມຫວັງອັນໜຶ່ງກໍຄື ພະຍາຍາມຮຽນພາສາຈີນໃຫ້ດີ ແລະ ຄົ້ນຄວ້າປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ປະເທດລາວ ເພື່ອໃຫ້ຊົນເຜົ່າຫໍ້ຂອງປະເທດລາວເຂົ້າໃຈຮາກເຫງົ້າຂອງຕົນ ແລະ ນຳຫາບັນພະບູລຸດຂອງຕົນ, ໃຫ້ຄົນລາວຮູ້ວ່າປະເທດລາວມີຊົນເຜົ່ານີ້ມາຕັ້ງແຕ່ໃດມາ, ຊົນເຜົ່ານີ້ກັບປະເທດຈີນມີສາຍແນນນຳກັນຈັ່ງໃດ?

ຕອນນັ້ນຂ້ອຍໄດ້ຮຽນພາສາຝລັ່ງທີ່ມະຫາວິທະຍາໄລແຫ່ງຊາດລາວ, ແລະ ໂຮງຮຽນຍັງບໍ່ໄດ້ເປີດສອນພາກພາສາຈີນ, ຂ້ອຍກໍໄປນັ່ງຟັງໃນນາມທີ່ເປັນນັກສຶກສານອກໂຮງຮຽນຢູ່ຫ້ອງຮຽນຝຶກອົບຮົມພາສາຈີນແຫ່ງໜຶ່ງເປັນເວລາ 3 ເດືອນ, ຂ້ອຍຊື້ປື້ມພາສາຈີນສອງສາມຫົວມາຮຽນເອງ. ຫຼັງຈາກໄດ້ຮຽນເອງ 4 ເດືອນ ພາສາຈີນຂອງຂ້ອຍໄດ້ມີຄວາມກ້າວໜ້າພໍສົມຄວນ, ໃນຕອນນີ້ຊອກໜູ່ຮຽນທີ່ມີລະດັບພາສາຈີນຊໍ່າຂ້ອຍ ເພື່ອຮຽນຕໍ່ ກໍຍາກຂຶ້ນ, ເພາະວ່າເຂົາເຈົ້າຮູ້ສຶກວ່າພາສາຈີນຍາກຫຼາຍ ບໍ່ຢາກຮຽນຕໍ່ອີກແລ້ວ, ສະນັ້ນຂ້ອຍກໍໄດ້ປະຖິ້ມການຮຽນພາສາຈີນກາງທາງ ບໍ່ໄດ້ຮຽນຕໍ່. ຫຼັງຈາກນັ້ນປະມານ 1 ປີ, ໃນຈິດໃຈຂອງຂ້ອຍຍັງຄົງວາງເລື່ອງຮຽນພາສາຈີນບໍ່ລົງ, ຄິດຢາກສືບຕໍ່ຮຽນພາສາຈີນຢູ່ຕະຫຼອດ, ແຕ່ກໍ ຍັງຄົງບໍ່ມີໝູ່ຮຽນຄືເກົ່າ, ແລະ ບວກກັບບໍ່ມີໃຜສອນຂ້ອຍ, ສະນັ້ນຂ້ອຍໄດ້ເລີ່ມຕົ້ນການຮຽນເອງເທື່ອທີສອງ. ຂ້ອຍໄດ້ຍຶດໝັ້ນ ຮຽນພາສາຈີນເປັນ ເວລາໄລຍະໜຶ່ງ, ມີມື້ໜຶ່ງຂ້ອຍມີແນວຄວາມຄິດຢາກສອນພາສາຈີນທີ່ຂ້ອຍເປັນນັ້ນໃຫ້ຄົນທີ່ຢາກຮຽນພາສາຈີນ, ຂ້ອຍກໍໄດ້ເຮັດໂຄສະນາສອນພາສາຈີນອັນໜຶ່ງ, ຄິດບໍ່ ເຖິງວ່າ ຫຼັງຈາກຕິດໃບໂຄສະນາໄປແລ້ວ ກໍມີຫຼາຍຄົນມາລົງທະບຽນຮຽນພາສາຈີນ.

ປະໂທ, ເລື່ອງນີ້ເຮັດໃຫ້ຂ້ອຍສະເທືອນໃຈຢ່າງເລິກເຊິ່ງຫຼາຍ. ຂ້ອຍຄິດວ່າ: ໃນເມື່ອມີຄົນທີ່ຢາກຮຽນພາສາຈີນນຳຂ້ອຍຫຼາຍຊໍ່ານີ້, ຂ້ອຍຕ້ອງສືບຕໍ່ຮຽນພາສາຈີນໃຫ້ດີຂຶ້ນໄປເລື້ອຍໆ, ເພື່ອໃຫ້ພາສາຈີນກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດຂອງຂ້ອຍ, ພ້ອມກັນນັ້ນຍັງມີແນວຄວາມຄິດຢາກເປັນອາຈານສອນພາສາຈີນ.

ຫຼັງຈາກຮຽນຈົບ ຂ້ອຍກໍເປັນຄູສອນພາສາຈີນຄົນໜຶ່ງທີ່ພາກພາສາຈີນ ຄະນະອັກສອນສາດ ໃນຕອນນັ້ນໂຮງຮຽນພວກເຮົາຫາກໍ່ເປີດພາກພາສາຈີນໃໝ່ ແລະ ຂາດເຂີນອາຈານທີ່ເປັນພາສາຈີນ, ຂ້ອຍເລີຍມີໂອກາດສອນຢູ່ໂຮງຮຽນ ແຕ່ວ່າວິຊາສະເພາະຂອງຂ້ອຍບໍ່ແມ່ນພາສາຈີນ ຕ້ອງໄດ້ຝຶກງານຢູ່ພາກພາສາຈີນກ່ອນ, ຫຼັງຈາກຜ່ານການທົດສອບແລ້ວຈຶ່ງສາມາດກາຍເປັນອາຈານສອນພາສາຈີນຢ່າງແທ້ຈິງ. ດ້ວຍເຫດນັ້ນ ຂ້ອຍຈຶ່ງໄດ້ເຮັດວຽກຟຣີໃຫ້ແກ່ພາກພາສາຈີນເປັນເວລາ 15 ເດືອນ ຈຶ່ງຖືກຮັບຮອງ ແລະ ກາຍເປັນອາຈານສອນພາສາຈີນຜູ້ໜຶ່ງ, ແລະ ໄດ້ຮັບຜິດຊອບການສອນພາສາຈີນ ແລະ ວຽກງານທັງໝົດທີ່ພົວພັນກັບພາສາຈີນຂອງໂຮງຮຽນ.

ຂັ້ນຕອນຂອງທຸກໆຄວາມຝັນທີ່ສຳເລັດນັ້ນ ລ້ວນແຕ່ເຕັມປ່ຽມດ້ວຍຄວາມບຸກບືນສູ້ຊົນ, ເຖິງແມ່ນວ່າ ບາດກ້າວການຮຽນພາສາຈີນຂອງຂ້ອຍບໍ່ແມ່ນງ່າຍດາຍ, ແຕ່ຂ້ອຍຍັງມັກຮັກພາສາຈີນ ແລະ ສືບຕໍ່ຮ່ຳຮຽນໃນແຕ່ລະມື້. ຄຽງຄູ່ກັບລະດັບພາສາຈີນຂອງຂ້ອຍທີ່ມີຄວາມກ້າວໜ້າຫຼາຍ ຂ້ອຍຍິ່ງມີຄວາມຮຽກຮ້ອງຕໍ່ຕົນເອງສູງຂຶ້ນ. ຂ້ອຍບອກ ຕົນເອງຢູ່ເລື້ອຍໆວ່າ, ຢ່າງໃດກໍຕາມຕ້ອງສືບຕໍ່ຮ່ຳຮຽນພາສາຈີນຕໍ່ໄປ ຖ້າວ່າເປັນໄປໄດ້ ຂ້ອຍຢາກເຮັດການຄົ້ນຄວ້າໃນດ້ານການຄົ້ນຄວ້າວັດທະນະທຳລາວ-ຈີນ, ຂົງເຂດຕົ້ນກຳເນີດປະຫວັດສາດລາວ-ຈີນ, ໃນອະນາຄົດຢາກມອບຜົນຂອງການຄົ້ນຄວ້າດັ່ງກ່າວປະກອບສ່ວນໃຫ້ປະເທດລາວ ແລະ ປະເທດຈີນ, ເພື່ອເປັນສັກຂິພິຍານ ແລະ ຂົວຕໍ່ແຫ່ງ ມິດຕະພາບຂອງສອງປະເທດ.