ທ່ານ​ສີ​ຈີ້ນ​ຜິງ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ອາກ​ຊັງ​ຕິນ​ສົ່ງ​​ສານ​ເຖິງ​ກັນ​ແລະ​ກັນ ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ

2021-01-05 18:03:51 |ມາຈາກ: CRI

ຫວ່າງ​ມໍ່ໆ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ອານ​ເປີ​ໂ​ຕ ເຟີນານ​ເດ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ກ​ຊັງ​ຕິນ​ໄດ້​ສົ່ງສານ​ເຖິງກັນ​ແລະ​ກັນ, ສອງ​ຝ່າຍໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​​ການລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ, ການ​ຕ້ານ​​ກັບພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ພະ​ຍາດ​ໂຄວິດ-19 ແມ່ນການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ຕໍ່​ທົ່ວ​ໂລກ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ພະ​ຍາດ​ໂຄວິດ-19, ປະ​ຊາ​ຊົນ​ສອງ​ປະ​ເທດ​ຈີນ-ອາກ​ຊັງ​ຕິນ​ໄດ້ຮ່ວມ​ຈິດ​ຮ່ວມ​ໃຈ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ​ສາຍ​ພົວ​ພັນມິດ​ຕະ​ພາບ​ອັນ​ເປັນ​ມູນເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຍົກລະ​ດັບ​ໃຫ້​ສູງ​ຂຶ້ນ​ໃນ​ຂະ​ບວນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ໃນ​ຄັ້ງນີ້. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ຜະ​ລິດ ແລະ ການ​ນຳ​ໃຊ້​ວັກ​ຊິນ​ກັບ​ອາ​ກ​ຊັງ​ຕິນ, ​ຍິນ​ດີ​ສືບ​ຕໍ່​ໃຫ້ການ​ສະ​ໜັບ​ສະ​ໜູນ​ ແລະ ​ຊ່ວຍ​ເຫຼືອ​ອາກ​ຊັງ​ຕິນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຕໍ່​ສູ້​ຕ້ານ​ກັບພະ​ຍາດ​ໂຄວິດ-19.

ທ່ານ​ເຟີ​ນານ​ເດ​ສ​​ໄດ້ຕີ​ລາ​ຄາ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ທັງ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຈີນ​​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ອາກ​ຊັງ​ຕິນ​ໃນ​ການ​ຕ້ານ​ກັບພະ​ຍາດ​ໂຄວິດ-19. ທ່ານ​ເຟີ​ນານ​ເດ​ສ​ກ່າວ​ວ່າ: ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19, ປ​ະ​ເທດ​ຕ່າງໆ​ຕ້ອງ​ສາ​ມັກ​ຄີ​ກັນ, ເຄົາ​ລົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ກັນ, ສຸມ​ໃສ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າກຳ​ຂອງມວນ​ມະ​ນຸດ​ທີ່​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ສະ​ເໜີ​ອອກ​​ມານັ້ນ.