ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດກັບ​ຄືນ​ສູ່​​ທິດທາງ​ປົກ​ກະ​ຕິ​ຂອງ​ຍຸກ​ສະ​ໄໝໂດຍ​ໄວ

2021-01-06 18:10:12 |ມາຈາກ: CRI

ວັນ​ທີ 5 ມັງ​ກອນ​ນີ້, ທ່ານ​ນາງ​ຮວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະສາ​ມາດ​​ກຳ​ນົດ​ທິດ​ທາງໄປ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ​ເອົາ​ໃຈ​ໃສ່​ຟັງ​ຫາງ​ສຽງ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ກໍ​ຄື​ຂອງ​ປະ​ຊາ​ຄົມ​ໂລກ, ຮ່ວມ​ກັນ​ກັບ​ຈີນ, ສຸມ​ໃສ່​ການ​ຮ່ວມ​ມື, ​ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​​ກາ​ກັບ​ຄືນ​ສູ່​​ທິດ​ທາງ​ການພັດ​ທະ​ນາ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ.

​ຕາມ​ຂ່າວ​ລາຍ​ງານ​ວ່າ: ທ່ານ​ແຈັກ ຊູ​ລິ​ແວນ ທີ່​ປຶກ​ສາ​ດ້ານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​​ທີ່​ສະ​ເໜີ​ຊື່​ໂດຍປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ຫວ່າງມໍ່ໆ​ມາ​ນີ້​ວ່າ: ເມື່ອ​ທ່ານໂຈ ໄບ​ເດັນ ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ, ທ່ານ​ຫວັງ​ວ່າ​ຈະ​ປຶກ​ສາ​ຫາ​ລື​ກັບ​ຄູ່​ຮ່ວມ​ມື​ແລະ​ເພື່ອນ​ມິດ​ໃນເອີ​ຣົບ, ອາ​ຊີ​ແລະ​ແຫ່ງ​ຕ່າງໆ ກ່ຽວ​ກັບ​ບັນ​ຫາ​ທີ່​ວ່າ ຈະ​ຮ່ວມ​ມື​ກັນ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ຈີນ​ປ່ຽນ​ແປງ​​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ​ຕ່າງ​ໆ ເຊັ່ນ: ການ​ຂາຍ​ຫຸ້ນ​ຕະຫຼາດ​ແລະ​ການ​ອຸດ​ໜູນ​ລັດ​ວິ​ສາ​ຫະ​ກິດ​ຢ່າງ​ຜິດ​ກົດ​ໝາຍ, “ການ​ບັງ​ຄັບ​ໃຫ້​ອອກ​ແຮງ​ງານ” ແລະ​ອື່ນໆ. ຈີນ​ແມ່ນ​ຄູ່​ແຂ່ງ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ຣິ​ກາ, ແຕ່​ໃນ​ຂົງ​ເຂດ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ລັດ​ຖະ​ບານ​ໂຈ ໄບ​ເດັນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຈີນ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຮວ້າ​ຊຸ່ນ​ຢີງ​ກ່າວ​ວ່າ: ກ່ຽວ​ກັບ​ບັນ​ຫາ​ການ​ຂາຍ​ທຸ້ມ​ຕະຫຼາດ​ແລະ​ການ​ອຸດ​ໜູນ​ວິ​ສາ​ຫະ​ກິດຢ່າງ​ຜິດ​ກົດ​ໝາຍ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ຊີ້​ແຈງຫຼັກ​ໝັ້ນ​ຂອງ​ຈີນຫຼາຍ​ເທື່ອ​ແລ້ວ. ສ່ວນຖ້ວຍ​ຄວາມ​ກ່ຽວ​ກັບ “ການ​ບັງ​ຄັບ​ໃຫ້ອອກ​ແຮງ​ງານ” ເປັນ​ຖ້ອຍ​ຄວາມ​ທີ່ຕົວະຍົວະຫຼອກລວງທີ່​ມີ​ບາງ​ຄົນ​ຕັ້ງ​ໃຈ​ສ້າງ​ຂ່າວ​ລື​ຊື່ໆ.