ການກໍ່ສ້າງເສັ້ນທາງລົດໄຟຈີນ -ລາວທັງໝົດໄດ້ສຳເລັດໂດຍພື້ນຖານແລ້ວ

2021-01-07 15:16:20 |ມາຈາກ: yunnangateway

ວັນທີ 5ມັງກອນນີ້, ອຸໂມງເມືອງຊົ້ງ ທາງເລກ 2ຕອນພາຍໃນປະເທດຈີນ ຂອງທາງລົດໄຟຈີນ-ລາວ ໄດ້ສ້າງສຳເລັດ. ມາຮອດປະຈຸບັນ, ອຸໂມງ 93ແຫ່ງ ຕອນພາຍໃນປະເທດຈີນ ຂອງ  ທາງລົດໄຟຈີນ-ລາວ ໄດ້ເຈາະ ອຸໂມງສຳເລັດ 88ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການກໍ່ສ້າງເສັ້ນທາງ ລົດໄຟຈີນ-ລາວທັງໝົດໄດ້ສຳເລັດໂດຍພື້ນຖານແລ້ວ.

ທາງລົດໄຟຈີນ -ລາວ,

ດ້ານໜຶ່ງເຊື່ອມຕໍ່ກັບຈີນ ແລະ ໃນອີກດ້ານໜຶ່ງເຊື່ອມຕໍ່ກັບປະເທດລາວ,.

ແມ່ນໂຄງການໃຫຍ່ທີ່ສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ "ໜຶ່ງແລວໜຶ່ງເສັ້ນທາງ" ແລະເຊື່ອມຕໍ່ກັບປະເທດໃກ້ຄຽງ. ຫລັງຈາກເປີດການນຳໃຊ້ແລ້ວ, ການເດີນທາງຈາກເມືອງຄຸນໝິງຫາວຽງຈັນປະເທດລາວຄາດວ່າຈະສາມາດອອກເດີນທາງໃນຕອນເຊົ້າ ແລະ ສາມາດຮອດລາວໃນຕອນແລງ.