ນະຄອນຊຽງໄຮທົດລອງການນຳໃຊ້ເງິນຢວນຈີນເອເລັກໂຕຼນິກ

2021-01-11 18:16:40 |ມາຈາກ: CRI

ວັນທີ 5 ມັງກອນນີ້ ຮ້ານອາຫານຂອງພະນັກງານໂຮງໝໍຖົງເຢີນທີ່ຂຶ້ນກັບສະຖາບັນ ແພດສາດມະຫາວິທະຍາໄລຄົມມະນາຄົມຊຽງໄຮໄດ້ເລີ່ມທົດລອງການນຳໃຊ້ເງິນຢວນຈີນເອເລັກໂຕຼນິກໃນການສັ່ງອາຫານ, ບໍລິໂພກແລະຊື້ຈ່າຍຕ່າງໆ. ຕ່າງກັບການຊື້ຈ່າຍ ໂດຍຜ່ານທາງມືຖື, ການທົດລອງຄັ້ງນີ້ແມ່ນໃຊ້ບັດທະນາຄານທີ່ສາມາດສະແດງໃຫ້ ເຫັນການປ່ຽນແປງຂອງຈຳນວນເງິນຢູ່ໃນບັນຊີໂດຍບໍ່ອາໄສມືຖືເປັນຄັ້ງທຳອິດ, ເຊິ່ງເປັນການອຳນວຍຄວາມສະດວກແກ່ກຸ່ມຄົນທີ່ບໍ່ນຳໃຊ້ສະມັດຟົນໃນການການຊື້ຈ່າຍໃນຍຸກເອເລັກໂຕຼນິກ.