ບ້ານຈຸ່ນຢິງ ຕາແສງຫຼຽນຮວາເມືອງທົງອ່ານ ນະຄອນເຊ້ຍເມີນແຂວງຟູຈ້ຽນຕັ້ງຢູ່ບ່ອນສູງກວ່າລະດັບສະເລ່ຍຂອງໜ້ານ້ຳທະເລ 900ກວ່າແມັດ, ເປັນບ້ານບໍລິຫານທີ່ຕັ້ງຢູ່ບ່ອນສູງທີ່ສຸດແລະ ຫ່າງໄກສອກຫຼີກທີ່ສຸດຂອງນະຄອນເຊ້ຍເມີນ.ທ່ານສີຈິ້ນຜິງເຄີຍເດີນທາງໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຂອງບ້ານຈຸ່ນຢິງສອງຄັ້ງຄືໃນປີ1986 ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນຮອງເຈົ້າຄອງນະຄອນເຊ້ຍເມີນແລະປີ1998 ໃນເວລາທີ່ທ່ານດຳລົງຕຳແໜ່ງເປັນຮອງເລຂາພັກແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ໃຫ້ທິດຊີ້ນຳຢ່າງຈະແຈ້ງຕໍ່ທິດທາງການພັດທະນາ ບ້ານທີ່ຕັ້ງຢູ່ພູສູງແຫ່ງນີ້ ທັງໄດ້ສະເໜີແນວຄວາມຄິດສຳຄັນກ່ຽວກັບການພັດທະນານິເວດສີຂຽວເຊັ່ນ: “ປູກໄມ້ສ້າງປ່າຢູ່ເທິງພູປານວ່າໃສ່ໝວກຂຽວໃຫ້ກັບພູທັງພັດທະນາຕີນພູໄປຄຽງຄູ່ກັນ”, “ຕ້ອງໃຫ້ໄດ້ທັງພູເງິນພູຄຳແລະພູຂຽວນ້ຳໃສ”ເປັນຕົ້ນ.
ວັນທີ 7 ເມສາປີ1986, ທ່ານສີຈິ້ນຜິງ ທີ່ເປັນຮອງເຈົ້າຄອງນະຄອນເຊ້ຍເມີນໃນເວລານັ້ນໄດ້ເດີນທາງໄປເຖິງບ້ານຈຸ່ນຢິງເປັນເທື່ອທຳອິດ. ຕອນນັ້ນ, ທາງເຂົ້າບ້ານມີພຽງເສັ້ນທາງດຽວທີ່ເປັນທາງດິນແດງກວ້າງພຽງ 1,6 ແມັດເທົ່ານັ້ນ, ໜ້າທາງເປັນບວກເປັນຂຸມທັງ ສູງຊັນແລະກັນດານຫຼາຍ. ລົດເຂົ້າໄປບໍ່ໄດ້, ທ່ານສີຈິ້ນຜິງກໍເດີນທາງໄປບ້ານແຫ່ງນັ້ນດ້ວຍການຍ່າງເອົາ.
ໃນຕອນນັ້ນ, ເງື່ອນໄຂພື້ນຖານໂຄງລ່າງໃນບ້ານຈຸ່ນຢິງຫຼ້າຫຼັງທີ່ສຸດ, ບໍ່ມີໄຟຟ້າໃຊ້. ທົ່ວບ້ານມີປະຊາຊົນ 700 ກວ່າຄົນ, ແຫຼ່ງລາຍໄດ້ຕົ້ນຕໍຂອງຊາວບ້ານມາຈາກສວນຊາທີ່ມີເນື້ອທີ່ປະມານ 27 ເຮັກຕາ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີມີພຽງແຕ່280ຢວນເທົ່ານັ້ນ.
ເມື່ອພົບໜ້າກັບທ່ານກ່າວສວນໂກວ ຫົວໜ້າຄະນະກຳມະການບ້ານຈຸ່ນຢິງ, ຄຳເວົ້າທຳອິດທີ່ທ່ານສີຈິິ້ນຜິງເອີ່ຍຂຶ້ນກໍແມ່ນ “ຄອບຄົວທຸກຍາກທີ່ສຸດໃນບ້ານພວກເຈົ້າມີຈັກຄອບຄົວ?
ທ່ານກ່າວສວນໂກວຕອບວ່າ: “ມີສອງສາມຄອບຄົວ”
ທ່ານສີຈິິ້ນຜິງກໍເລີຍໄປຢ້ຽມຢາມຄອບຄົວທຸກຍາກເຫຼົ່ານີ້ຕາມລຳດັບ, ຫຼັງຈາກຍ່າງໄດ້ກວ່າເຄິ່ງໜຶ່ງຂອງບ້ານແລ້ວ, ທ່ານສີຈິ້ນຜິງໄດ້ໄປເຖິງເຮືອນຂອງທ່ານກ່າວສວນໂກວເພື່ອຖາມກ່ຽວກັບສະພາບການຜະລິດແລະການດຳລົງຊີວິດຂອງຊາວບ້ານທັງຫຼາຍ.
ທ່ານກ່າວສວນໂກວບອກວ່າ: ໃນບ້ານໄດ້ປູກເຂົ້າພັນປະສົມໃນເນື້ອທີ່ຈຳນວນໜຶ່ງ. ທ່ານສີຈິ້ນຜິງໄດ້ຍິນແລ້ວກໍຖາມວ່າ ໄດ້ປູກເຂົ້າພັນປະສົມຫຼາຍເທົ່າໃດ, ສະມັດຕະພາບເປັນແນວໃດ, ພັນເຂົ້າປະສົມເປັນພັນຊະນິດໃດ?ພາຍຫຼັງປະຕິບັດລະບຽບການວ່າດ້ວຍການມອບດິນໃຫ້ຊາວກະສິກອນນຳໃຊ້ແບບມອບເໝົາເພື່ອເຮັດການຜະລິດແລ້ວ, ບ້ານຈຸ່ນຢິງຍັງມີແຜນຫຍັງແດ່ເພື່ອພັດທະນາເສດຖະກິດ ທ່ານມີຄຳຖາມໃນລັກສະນະນີ້ເປັນຕົ້ນ.
ຍ້ອນສະພາບທຸກຍາກຫຼ້າຫຼັງຂອງບ້ານຈຸ່ນຢິງ, ທ່ານສີຈິ້ນຜິງໄດ້ແນະນຳໃຫ້ທາງບ້ານປູກຊາແລະປູກຕົ້ນໄມ້ໃຫ້ໝາກໃຫ້ຫຼາຍຂຶ້ນກວ່າເກົ່າ, ພັດທະນາຂະແໜງການບໍລິການ. ທ່ານໄດ້ສະເໜີເປັນພິເສດວ່າ, ຊາວບ້ານສາມາດພັດທະນາການປູກໝາກພັບ, ທ່ານໄດ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງເພື່ອສະໜອງເບັ້ຍໝາກພັບທີ່ບໍ່ມີແກ່ນຂອງເຂດກວາງຊີໃຫ້ງວດໜຶ່ງ ທັງຍັງໄດ້ສັ່ງໃຫ້ຫ້ອງການກະສິກຳເມືອງສະໜອງເງິນທຶນສະເພາະຊ່ວຍຫຼຸດຜ່ອນຄວາມທຸກຍາກຈຳນວນ 3 ໝື່ນຢວນໃຫ້ຊາວບ້ານ.
ກໍຍ້ອນເປັນຄືແນວນີ້ແຫຼະ, ພາຍໃຕ້ການຊຸກຍູ້ສົ່ງເສີມຈາກທ່ານສີຈິ້ນຜິງໃນເບື້ອງຕົ້ນ, ຊາວບ້ານທັງຫຼາຍໄດ້ປູກໝາກພັບກວາງຊີທີ່ບໍ່ມີແກ່ນປະມານ 13 ເຮັກຕາ ແລະນຳໃຊ້ທຶນສະເພາະຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກບ້ວງນັ້ນມາປຸກຫ້ອງການຄຸ້ມຄອງການປູກໝາກພັບ. ພາຍຫຼັງມາ, ທ່ານກ່າວສວນໂກວຈິ່ງຮູ້ວ່າ: ໝາກພັບກວາງຊີທີ່ບໍ່ມີແກ່ນເປັນພັນໝາກພັບທີ່ດີທີ່ສຸດຂອງຈີນໃນເວລານັ້ນ.
ພາຍຫຼັງທ່ານຖືກສັບຊ້ອນຍົກຍ້າຍອອກຈາກນະຄອນເຊ້ຍເມີນໄປດຳລົງຕຳແໜ່ງເປັນຄະນະພັກແຂວງແລ້ວ, ທ່ານສີຈິ້ນຜິງຍັງສືບຕໍ່ເອົາໃຈໃສ່ນຳການພັດທະນາຂອງບ້ານຈຸ່ນຢິງຢູ່ສະເໝີ. ເວລາຜ່ານໄປ 12 ປີ, ຄື ວັນທີ 16 ຕຸລາປີ 1998, ທ່ານສີຈິ້ນຜິງທີ່ເປັນຮອງເລຂາພັກແຂວງຟູຈ້ຽນໃນເວລານັ້ນໄດ້ເດີນທາງໄປບ້ານພູດອຍຫ່າງໄກສອກຫຼີກແຫ່ງນີ້ອີກຄັ້ງໜຶ່ງ.
ໃນເວລາໂອ້ລົມສົນທະນາກັບພະນັກງານບ້ານ, ທ່ານສີຈິ້ນຜິງຈຶ່ງໄດ້ຮູ້ວ່າ: ເນື້ອທີ່ປູກຊາຂອງບ້ານຈຸ່ນຢິງໄດ້ເພີ່ມຂຶ້ນ 5 ເທົ່າເມື່ອທຽບໃສ່ຕອນທີ່ທ່ານມາຢ້ຽມຢາມບ້ານນີ້ເມື່ອ12ປີກ່ອນ. ທ່ານຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ. ທັງໄດ້ອີງໃສ່ສະພາບການຢ້ຽມຢາມໃນຄັ້ງນີ້ແລ້ວມີຂໍ້ຮຽກຮ້ອງສອງຂໍ້, ຄື ໜຶ່ງ, ຕ້ອງປູກໄມ້ສ້າງປ່າ, ອະນຸລັກສິ່ງແວດລ້ອມທຳມະຊາດ, ໃຫ້ຊາວບ້ານປູກຊາແລະປູກຕົ້ນໄມ້ໃຫ້ໝາກໃຫ້ຫຼາຍກວ່າເກົ່າ, ອອກແຮງພັດທະນາກະສິກຳປ່າໄມ້. ສອງ, ສົ່ງເສີມໃຫ້ຊາວໜຸ່ມອອກຈາກເຂດພູດອຍໄປເຮັດວຽກແລະສ້າງທຸລະກິດຢູ່ນະຄອນເຊ້ຍເມີນ, ຢ່າສູ່ໝົກໝົ້ນນຳແຕ່ການປູກຊາໃນບ້ານພຽງຢ່າງດຽວ.
ການໄປຢ້ຽມຢາມບ້ານຈຸ່ນຢິງອີກຄັ້ງໃໝ່ເທື່ອນີ້, ທ່ານສີຈິ້ນຜິງບໍ່ໄດ້ລືມທ່ານກ່າວສວນໂກວ ທີ່ຕົນເຄີຍພົບເມື່ອ12ປີກ່ອນ. ເພິ່ນຖາມວ່າ: “ຫົວໜ້າກ່າວຜູ້ທີ່ມີຮູບຮ່າງທັງຈ່ອຍແລະເຕ້ຍໃນຕອນນັ້ນເດ ດຽວນີ້ລາວໄດ້ເຮັດຫຍັງຢູ່ໃສ? ເອີ້ນລາວມາພົບຂ້າພະເຈົ້າແດ່ ໄດ້ບໍ?”
ເວລານັ້ນ, ທ່ານກ່າວສວນໂກວກຳລັງຫຍຸ້ງນຳວຽກໄຮ່ນາສວນທີ່ປະຕີນເປົ່າຢູ່, ເມື່ອໄດ້ຍິນວ່າທ່ານເລຂາສີຈິ້ນຜິງຢາກພົບໜ້າກັບຕົນ, ກໍຮູ້ສຶກດີໃຈຈົນລືມໄປວ່າຕົນຍັງບໍ່ທັນໄດ້ລ້າງຕີນລ້າງມືກໍຂ້ຽວຈັບເອົາຈົກແລ້ວຟ້າວຂີ່ລົດຈັກໄປຫາທ່ານສີຈິ້ນຜິງ.
ທ່ານສີຈິ້ນຜິງຫຼຽວເຫັນທ່ານກ່າວສວນໂກວມາແຕ່ໄກກໍຈື່ໜ້າລາວໂລດແລະໄດ້ເວົ້າຂຶ້ນວ່າ: “ນັ້ນແມ່ນລາວ, ແມ່ນລາວແທ້ໆ!”. ຫຼັງຈາກທັກທາຍສະບາຍດີແລ້ວແລ້ວ, ທ່ານສີຈິ້ນຜິງກໍຖາມວ່າ ຕົ້ນໝາກພັບທີ່ຕົນເອງແນະນຳໃຫ້ຊາວບ້ານປູກໃນເມື່ອກ່ອນນັ້ນດຽວນີ້ເຕີບໃຫຍ່ຊ່ຳໃດແລ້ວ. ທ່ານກ່າວສວນໂກວບອກວ່າ:ສວນໝາກພັບແຫ່ງນັ້ນພໍດີເຕີບໃຫຍ່ຮອດອາຍຸທີ່ມັນຈະເປັນໝາກໄດ້ດີຫຼາຍ. ທ່ານສີຈິ້ນຜິງເວົ້າດ້ວຍຄວາມຕື່ນເຕັ້ນດີໃຈວ່າ: “ຊັ້ນພວກເຮົາໄປເບິ່ງນຳກັນເທາະ”. ແລ້ວທ່ານກັບຄົນທັງຫຼາຍໄດ້ພາກັນຍ່າງເປັນໄລຍະທາງ2ກິໂລແມັດປາຍເພື່ອໄປສວນໝາກພັບ.
ທຳອິດ, ທ່ານສີຈິ້ນຜິງໄດ້ເຫັນສວນຊາຢູ່ຕີນພູແລະສວນໝາກພັບຢູ່ເປີນພູກໍຮູ້ສຶກດີໃຈຫຼາຍ. ແຕ່ເມື່ອເບິ່ງໄປຢ່າງລະອຽດແລ້ວກໍຍັງມີອັນທີ່ທ່ານບໍ່ພໍໃຈປານໃດ.
ເພາະວ່າ, ນອກຈາກສວນຊາແລະສວນ ໝາກພັບແລ້ວ, ໂນນພູແຫ່ງອື່ນໆລ້ວນແຕ່ເປັນພູຫົວໂລ້ນ. ທ່ານສີຈິ້ນຜິງກ່າວວ່າ: “ປູກຊາປູກຕົ້ນໄມ້ໃຫ້ໝາກໃຫ້ຫຼາຍ,ແຕ່ກໍຢ່າລືມການປູກໄມ້ສ້າງປ່າ, ຕ້ອງເຮັດແບບ “ພັດທະນາຢູ່ຕີນພູ, ເທິງພູກໍຕ້ອງ‘ໃສ່ໝວກຂຽວ’”
ຄຳແນະນຳດ້ວຍຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ຊາວບ້ານທັງຫຼາຍຂອງບ້ານຈຸ່ນຢິງໄດ້ຈື່ຈຳໄວ້ໃນໃຈຕະຫຼອດມາ. ປັດຈຸບັນ, ບ້ານຈຸ່ນຢິງໄດ້ປູກໄມ້ສ້າງປ່າ ເປັນເນື້ອທີ່ 600 ກວ່າເຮັກຕາ, ຊັບພະຍາກອນສີຂຽວໄດ້ກາຍເປັນຊັບະຍາກອນທ່ອງທ່ຽວຊົນນະບົດ. ຊາວບ້ານໄດ້ເຮັດທຸລະກິດໂຮມສະເຕ,ພັດທະນາການທ່ອງທ່ຽວຕາມວິຖີຊົນນະບົດ. ຄົນທັງຫຼາຍພາກັນເວົ້າວ່າ: ຫາກວ່າດຽວນີ້ພູໜ່ວຍຕ່າງໆຍັງເປັນພູຫົວໂລ້ນຄືແຕ່ກີ້ ຈະມີໃຜເດ ຢາກມາທ່ຽວບ້ານຈຸ່ນຢິງອີກ?
ທ່ານຜູູ້ຟັງ, ນັບແຕ່ທ່ານສີຈິ້ນຜິງໄປຢ້ຽມຢາມບ້ານຈຸ່ນຢິງເທື່ອທຳອິດຈົນມາເຖິງປັດຈຸບັນ, ເວລາຜ່ານໄປ30 ກວ່າປີແລ້ວ. ບ້ານຈຸ່ນຢິງໄດ້ມີການປ່ຽນແປງຈາກບ້ານທຸກຍາກໃນເຂດພູດອຍໃນເມື່ອກ່ອນໄດ້ພັດທະນາກ້າວຂຶ້ນຈົນກາຍມາເປັນບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ”ລະດັບຊາດ, ບ້ານນິເວດຂອງແຂວງຟູຈ້ຽນ, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີບັນລຸເຖິງ16000 ກວ່າຢວນ. ທຸກມື້ນີ້, ຢູ່ຫົວບ້ານຈຸ່ນຢິງ ມີທາງເບຕົງໃຫຍ່ຍາວຢຽດເຂົ້າເຖິງບ້ານແລະສອງຟາກທາງໄດ້ປູກໄມ້ກາລະບູນຂຽວອຸ່ມທຸ່ມ. ເທິງເປີ້ນພູຢູ່ສອງຟາກທາງໃຫຍ່ໄດ້ຕັ້ງປ້າຍໃຫຍ່ສອງປ້າຍເຊິ່ງແຕ່ລະປ້າຍໄດ້ຂຽນຕົວໜັງສືໃຫຍ່ທີ່ສະດຸດຕາຄືປ້າຍໜຶ່ງຂຽນວ່າ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ແລະອີກປ້າຍໜຶ່ງແມ່ນ “ປະຊາຊົນບ້ານຈຸ່ນຢິງບ້ານພັກຜ່ອນຢ່ອນອາລົມທີ່ສວຍງາມທີ່ສຸດຂອງຈີນຍິນດີຕ້ອນຮັບທ່ານ”. ຖ້າທ່ານມີໂອກາດມາທ່ຽວຈີນ, ທ່ານກໍສາມາດຫາໂອກາດໄປທ່ຽວບ້ານຈຸ່ນຢິງນະຄອນເຊ້ຍເມີນໄດ້ເຊັ່ນກັນເດີ້!