ລາວມີຄວາມຝັນຢາກກາຍເປັນຜູ້ຂັບລົດໄຟເພດຍິງ ຄົນທຳອິດຂອງເສັ້ນທາງລົດໄຟລາວ-ຈີນ

2021-01-12 15:13:58 |ມາຈາກ: Yunnan Gateway

“ສະບາຍດີ, ຂ້ອຍຊື່ວ່າຊົງເຜິງ(ຊື່ຈີນ, ຊື່ລາວແມ່ນ ສົມແພງ) ມາຈາກແຂວງຫຼວງນໍ້າທາປະເທດລາວ. ຄວາມຝັນຂອງຂ້ອຍແມ່ນຢາກກາຍເປັນຜູ້ຂັບລົດໄຟເພດຍິງຄົນທຳອິດຂອງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນເສັ້ນທາງລົດໄຟທັນສະໄໝເສັ້ນທຳອິດຂອງປະເທດລາວ.”

ເດືອນມິຖຸນາຂອງປີ 2020, ນັກຮຽນສັນຊາດລາວຈຳນວນ 233 ຄົນທີ່ເປັນຊຸດທຳອິດໄດ້ສະໝັກງານພາຍໃນໄລຍະດຳເນີນການຂອງເສັ້ນທາງລົດໄຟລາວ-ຈີນໄດ້ຮັບຊຸດຝຶກອົບຮົມເພີ່ມຄວາມສາມາດດ້ານພາສາຈີນໃນໄລຍະ 10 ອາທິດ ຢູ່ທີ່ສະຖາບັນຂົງຈື້ ຂອງມະຫາວິທະຍາໄລແຫ່ງຊາດລາວ. ນາງສົມແພງ ອາຍຸ 23 ປີ ກໍເປັນໜຶ່ງໃນນັ້ນ.

“ຂ້ອຍມີຄວາມຢາກຮູ້ຢາກເຫັນຕໍ່ເສັ້ນທາງລົດໄຟຢູ່ສະເໝີ. ຂະແໜງເສັ້ນທາງລົດໄຟມີຜູ້ຊາຍຫຼາຍກວ່າ, ແຕ່ຂ້ອຍຄິດວ່າໃນຍຸກສະໄໝນີ້ ສິ່ງທີ່ຜູ້ຊາຍເຮັດໄດ້ນັ້ນ ຜູ້ຍິງກໍເຮັດໄດ້ຄືກັນ. ຖ້າເປັນໄປໄດ້ ຂ້ອຍຄຶດວ່າຈະເຮັດວຽກຢູ່ຂະແໜງເສັ້ນທາງລົດໄຟຕະຫຼອດໄປ.” ນາງສົມແພງ ກ່າວວ່າ, ແຕ່ກ່ອນລາວເວົ້າພາສາຈີນໄດ້ໜ້ອຍໜຶ່ງ, “ແຕ່ມີຄຳສັບດ້ານເຕັກນິກຫຼາຍຄຳທີ່ຂ້ອຍຍັງບໍ່ຮູ້, ການຝຶກອົບຮົມນີ້ ຈັ່ງມີຄວາມສຳຄັນຫຼາຍສຳລັບຂ້ອຍ.”

ສິນຢ້ຽນຫົງ(qin yan hong) ອາຈານຂອງສະຖາບັນຂົງຈື້ ຂອງມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຂົ້າຮ່ວມການຝຶກອົບຮົມແກ່ນັກຮຽນລາວ. “ເສັ້ນທາງລົດໄຟລາວ-ຈີນ ເປັນສາຍເຊື່ອມຕໍ່ທີ່ສຳຄັນທີ່ເຊື່ອມຈອດປະຊາຊົນສອງປະເທດ. ນັກຮຽນຂອງຊຸດຝຶກອົບຮົມຂອງຫ້ອງຮຽນເສັ້ນທາງລົດໄຟຄັ້ງນີ້ ເປັນຊຸດທຳອິດ, ພວກເຮົາຫວັງວ່າຈະສາມາດເຮັດການລິເລີ່ມນີ້ ໃຫ້ດີ.”

ອາຈານຫຼິວຫຼິວ(Liu liu) ສອນວິຊາການອ່ານພາສາຈີນສຳລັບວິຊາເສັ້ນທາງລົດໄຟໃຫ້ແກ່ພວກນັກຮຽນ. “ເຂົາເຈົ້າມີຄວາມກະຕືລືລົ້ນຕໍ່ການຮຽນ ແລະ ຕັ້ງໃຈຮຽນອີ່ຫຼີ, ທຸກໆມື້ມາເຂົ້າຮຽນແຕ່ຕອນເຊົ້າໆ ສ່ວນກັບບ້ານເດິກ.”

ໄລຍະໃນການຮຽນພາສາຈີນຢູ່ສະຖາບັນຂົງຈື້, ສິ່ງທີ່ເຮັດໃຫ້ນາງສົມແພງ ຊາບຊຶ້ງໃຈຫຼາຍທີ່ສຸດກໍຄືການອຸທິດທີ່ດຸໝັ່ນ ແລະ ການສິດສອນທີ່ຕັ້ງໃຈຂອງພວກອາຈານ.“ໃນເບື້ອງຕົ້ນ ອ່ານປຶ້ມແບບຮຽນກໍບໍ່ເຂົ້າໃຈເທື່ອ, ສ່ວນອາຈານກໍສອນຈົນໃຫ້ເຂົ້າໃຈ.”

ຫຼັງຈາກສຳເລັດການຝຶກອົບຮົມເພີ່ມຄວາມສາມາດດ້ານພາສາຈີນແລ້ວ, ນາງສົມແພງ ກໍາລັງຮຽນທິດສະດີວິຊາການດ້ານເສັ້ນທາງລົດໄຟດ້ວຍພາສາຈີນ. ເສັ້ນທາງລົດໄຟລາວ-ຈີນ ຈະເປີດການບໍລິການແລ່ນລົດ ໃນທ້າຍປີ 2021, ນາງສາວລາວຄົນນີ້ກຳລັງຫຍັບເຂົ້າໃກ້ກັບຄວາມຝັນຂອງຕົນ.