ເມືອງຄຸນໝິງໄດ້ຖືກຄັດເລືອກເຂົ້າສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ

2021-01-13 16:56:09 |ມາຈາກ: Yunnan Gateway

ມື້ກ່ອນນີ້, ເມືອງຄຸນໝິງໄດ້ຖືກຄັດເລືອກເຂົ້າໃນສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ, ແລະໄດ້ເຂົ້າຮ່ວມກິດຈະກຳແລກປ່ຽນຂອງສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ, ເຊິ່ງເປັນເຈົ້າພາບຈັດໂດຍກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ.

ສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ແມ່ນເວທີທີ່ສຳຄັນຂອງການຮ່ວມມືລົງເລິກດ້ານຂະແໜງການທ່ອງທ່ຽວ ລະຫວ່າງຈີນກັບປະເທດໃກ້ຄຽງ ເຊັ່ນ ກຳປູເຈຍ, ມຽນມາ, ລາວ, ຫວຽດນາມ, ແລະໄທ. ໃນຊຸມປີມໍ່ໆມານີ້, ການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງໄດ້ພັດທະນາຢ່າງຮອບດ້ານ, ຊ່ອງທາງໃໝ່ການຄ້າສາກົນໄດ້ສືບຕໍ່ກ້າວໜ້າ, ການແລກປ່ຽນດ້ານວັດທະນະທໍາແລະບຸກຄະລາກອນລະຫວ່າງຈີນແລະບັນດາປະເທດແມ່ນ້ຳລ້ານຊ້າງແມ່ນ້ຳຂອງນັບມື້ນັບໃກ້ຊິດຂຶ້ນ. ປັດຈຸບັນ, ມີ 13 ຕົວເມືອງຂອງປະເທດຈີນ ໄດ້ຖືກຄັດເລືອກເປັນເມືອງສະມາຊິກຊຸດທຳອິດຂອງສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ.

ເມືອງຄຸນໝິງຈະນຳໃຊ້ໂອກາດໃນການເຂົ້າຮ່ວມສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ເພື່ອສະເໜີຈັດກອງປະຊຸມສະຫະພັນການຮ່ວມມືເມືອງທ່ອງທ່ຽວແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ປະຈໍາປີ 2021. ພ້ອມດຽວກັນນັ້ນ, ຈະຕັ້ງໜ້າດຶງດູດກຸ່ມບໍລິສັດທ່ອງທ່ຽວຂ້າມປະເທດເຂົ້າມາ,ສ້າງເສັ້ນທາງການຂັບລົດທ່ອງທ່ຽວດ້ວຍຕົນເອງຢູ່ປະເທດແມ່ນ້ຳລ້ານຊ້າງແມ່ນ້ຳຂອງ, ສະໜັບສະໜູນວິສາຫະກິດທ່ອງທ່ຽວວັດທະນະທຳດຳເນີນການຮ່ວມມືຂ້າມຊາດ.

ນັກຂາວ ຈູຫາຍ