ອົງການສະຖິຕິ​ແຫ່ງ​ຊາດ​ຈີນ: ມູນ​ຄ່າ​ການ​ຄ້າ​ຕ່າງປະ​ເທດ​ໃນ​ປີ 2020 ​ເພີ່ມ​ຂຶ້ນ 1,9% ​ເມື່ອ​ທຽບ​ໃສ່​ປີ 2019

2021-01-18 18:08:15 |ມາຈາກ: CRI

ວັນ​ທີ 18 ມັງກອນ​ນີ້, ຫ້ອງ​ການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ຖະ​ແຫຼ​ງວ່າ: ຍອດມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ສິນຄ້າ​ຂອງຈີນ​ໃນ​ປີ 2020 ​ໄດ້​ບັນລຸ 32155,7 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,9% ​ເມື່ອ​ທຽບ​​ໃສ່​ປີ 2019. ​ໃນ​ນັ້ນ, ມູນ​ຄ່າ​ຂາ​ອອກ​ບັນລຸ​ເຖິງ 17932,6 ຕື້​ຢວນ, ​ເພີ່ມ​ຂຶ້ນ 4,0%; ມູນ​ຄ່າ​ຂາ​ເຂົ້າ​ບັນລຸ​ເຖິງ 14223,1 ຕື້​ຢວນ, ຫຼຸດ​ລົງ 0,7%.

​ໃນ​ນັ້ນ, ມູນ​ຄ່າ​ຂາ​ອອກ​ສິນຄ້າປະ​ເພດ​ກົນ​ຈັກ​ໄຟຟ້າ​ເພີ່ມ​ຂຶ້ນ 6%, ກວມ​ມູນ​ຄ່າ​ຂາ​ອອກ​ທັງ​ໝົດ 59,4%, ​ເພີ່ມ​ຂຶ້ນ 1,1% ​ເມື່ອ​ທຽບ​ໃສ່​ປີ 2019. ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ສິນຄ້າທົ່ວ​ໄປກ​ວມມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ທັງ​ໝົດ 59,9%, ​ເພີ່ມ​ຂຶ້ນ 0,9% ​ເມື່ອ​ທຽບ​ໃສ່​ປີ 2019. ມູນ​ຄ່າ​ຂາ​ເຂົ້າຂາ​ອອກຂອງວິ​ສາ​ຫະກິດ​ເອກະ​ຊົນ​ເພີ່ມ​ຂຶ້ນ 11,1%, ກວມ 46,6% ຂອງ​ມູນ​ຄ່າ​ທັງ​ໝົດ, ​ເພີ່ມ​ຂຶ້ນ 3,9% ​ເມື່ອ​ທຽບ​ໃສ່ປີ 2019.