GDP ຂອງ​ຈີນ​ບັນ​ລຸຫຼາຍກວ່າ 100.000 ຕື້ຢວນເປັນ​ຄັ້ງ​ທຳ​ອິດ

2021-01-18 18:10:09 |ມາຈາກ: CRI

ວັນ​ທີ 18 ມັງ​ກອນ​ນີ້, ຫ້ອງ​ການ​ຖະແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວໂດຍ​ປະ​ກ​າດ​ວ່າ: ຕາມ​ການ​ຄິດ​ໄລ່​ໃນ​ເປື້ອງ​ຕົ້ນ, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ຈີນ​ໃນ​ປີ 2020 ມີ​ເຖິງ 101.598,6 ຕື້ຢວນ, ​ເມື່ອ​ຄິດ​ໄລ່​ຕາມລາ​ຄາ​ທີ່​ສົມ​ທຽບ​​ໄດ້​ແລ້ວ, ​ໄດ້​ເພີ່ມ​ຂຶ້ນ 2,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຖື​ວ່າ​ເປັນ​ຄັ້ງ​ອຳ​ອິດ​ທີ່ GDP ​ບັນ​ລຸຫຼາຍກວ່າ 100.000 ຕື້ຢວນ. ເມື່ອ​ເບິ່ງ​ຕາມ​ໄຕ​ມາດແລ້ວ​ເຫັນ​ວ່າ: ໄຕ​ມາດ​ທີໜຶ່ງໄດ້ຫຼຸດ​ລົງ 6,8%, ໄຕ​ມາດ​ທີ​ສອງເພີ່ມ​ຂຶ້ນ 3,2%, ໄຕ​ມາດ​ທີ​ສາ​ມ​ເພີ່ມ​ຂຶ້ນ 4,9% ແລະ​ໄຕ​ມ​າດ​ທີ​ສີ່​ເພີ່ມ​ຂຶ້ນ 6,5%.

ເມື່ອ​ເບິ່ງ​ຕາມ​ຂະ​ແໜງ​ການ, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ກະ​ສິ​ກຳ​ໄດ້​ບັນ​ລຸ 7775,4 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ປີ​ຜ່ານ​ມາ 3,0%, ມູນ​ຄ່າ​ເພີ່ມ​ດ້ານອຸດ​ສາ​ຫະ​ກຳ​ໄດ້​​ບັນ​ລຸ 38425,5 ຕື້ຢວນ, ເພີ່ມ​ຂຶ້ນ 2,6%, ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ບັນ​ລຸ 55397,7 ຕື້ຢວນ, ເພີ່​ມ​ຂຶ້ນ 2,1%.