ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍເຖິງ​ທ່ານ​ຫງວຽນ​ຟູ​ຈ້ອງ​ເນື່ອງ​ໃນ​ໂອ​ກາດ​ທີ່​ຈີນ ແລະຫວຽດ​ນາມ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ​ຄົບ​ຮອບ 71 ປີ

2021-01-18 18:10:52 |ມາຈາກ: CRI

ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ ຊົມ​ເຊີຍ​ເຖິງ​ທ່ານ​ຫງວຽນ​ຟູ​ຈອງ, ເລ​ຂາ​ທິ​ການ​ໃຫຍ່​​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ປະ​ທານ​ປະ​ເທດ​ຫວຽດ​ນາມ​ເນື່ອງ​ໃນ​ໂອ​ກາດ​ທີ່​ຈີນ ແລະ ຫວຽດ​ນາມ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນຄົບ​ຮອບ 71 ປີ.

ໃນ​​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນວ່າ, ​ໃນ​ໄລ​ຍະໜຶ່ງ​ປີ​ທີ່​ຜ່ານ​ມາ, ​ການ​ພົວ​ພັນ​ຈີນ-ຫ​ວຽດ​ນາມ​ໄດ້​ຂະ​ຫຍາ​ຍ​ຕົວ​ໄປ​ໃນ​ທາງ​ທິດ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ. ຂ້າ​ພະ​ເຈົ້າ​ໄດ້​ສົນ​ທະ​ນາ​ກັບ​ສະ​ຫາຍ​ຫງວຽນ​ຟູ​​ຈ້ອງ​ສອງ​ເທື່ອ, ​ແລະ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ປັບ​ປຸງ ແລະ​ລົງ​ເລິກ​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ພາຍ​ໃຕ້​ສະ​ພາບ​ການ​ໃໝ່ ​ທັງ​ໄດ້ປະ​ສານ​ສົມ​ທົບ​ກັນເພື່ອ​ຊຸກ​ຍູ້​ການ​ຮ່​ວມ​ມື​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້າ​ນ​ລະ​ຫວ່າງ​ສອງ​ຝ່າຍ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ - 19, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ໂດຍ​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ​ໄດ້ດຳ​ເນີນ​ກິດ​ຈະ​ກຳ​ລະ​ນຶກ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຄອບ 70 ປີ​ຢ່າງ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ໃນ​ຖາ​ນ​ເປັນ ສະ​ຫາຍ ແລະ ອ້າຍ​ນ້ອງ​ກັນ, ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ຈິດ​ໃຈ​ຂອງປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ສີ​ຈິ້ນ​ຜິງ​​ເນັ້ນ​ວ່າ: ປີ​ນີ້​ແມ່ນ​ປີ​ທຳ​ອິດ​ທີ່​ຈີນໄດ້​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ແລະໄດ້​ເປີດ​ຂະ​ບວນ​ການ​ໃໝ່​ໃນ​ການສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ກໍ​ຈະ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13​ຂອງ​ຕົນ, ​ເພື່ອກ້າວ​​ໄປ​ສູ່​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ທີ່​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ພັດ​ທະ​ນາ​ແລ້ວ. ການ​ປັບ​ປຸງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ​ການລົງ​ເລິກ​ການ​ຮ່ວມ​ມື​ແບ​ບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ ແລະ ຫວຽດ​ນາມ, ​ແມ່ນສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ດ້ານ​ຍຸດ​ທະ​ສາດ​ຂອງ​ສອງ​ຝ່າຍ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ເສີມ​ຂະ​ຫຍາຍການ​ພົວ​ພັນ​ຈີນ-ຫ​ວຽດ​ນາມ, ຍິນ​ດີ​ຮ່ວມ​ກັບ​ສະ​ຫາຍ​ຫງວຽນ​ຟູ​​ຈ້ອງ, ຊຸກ​ຍູ້​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ຂໍ​ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຈົ່ງ​​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.