ເມືອງຫຸຍເຈີແຂວງຢຸນນານ: ຂະແໜງການສະຕໍເບີຣີຊ່ວຍພັດທະນາຊົນນະບົດ

2021-01-19 15:52:54 |ມາຈາກ: Yunnan Gateway

ເມືອງຫຸຍເຈີເມືອງຊູຈິງ ທີ່ຕັ້ງຢູ່ພາກຕາເວັນອອກສ່ຽງເໜືອຂອງແຂວງຢຸນນານ, ເປັນເຂດພູດອຍທີ່ມີອາກາດເຢັນ ແລະ ເປັນເຂດທີ່ມີຄວາມສູງຫຼາຍ, ເໝາະສົມແກ່ການເຕີບໃຫຍ່ຂອງສະຕໍເບີຣີ. ນັບຕັ້ງແຕ່ເມືອງຫຸຍເຈີມີການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າໃນການປູກສະຕໍເບີຣີໃນປີ 2013, ຂະແໜງການສະຕໍເບີຣີໄດ້ພັດທະນາຢ່າງວ່ອງໄວ, ເມືອງຫຸຍເຈີປູກສະຕໍເບີຣີ 3000 ກວ່າເຮັກຕາ,ແລະມີວິສາຫະກິດປຸງແຕ່ງສະຕໍເບີຣີຂັ້ນຕົ້ນ 20 ກວ່າແຫ່ງ. ຂະແໜງການສະຕໍເບີຣີສົ່ງເສີມການພັດທະນາຂະແໜງການການບໍລິການໃນທ້ອງຖິ່ນ, ແລະ ຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີລາຍໄດ້ເພີ່ມຂຶ້ນ.

ນັກຂ່າວ ຈ່ຽງເວີນເຢົາ