ທຸກເມືອງໃນສິບສອງພັນນາແຂວງຢຸນນານມີເສັ້ນທາງດ່ວນ

2021-01-19 15:54:25 |ມາຈາກ: Yunnan Gateway

ວັນທີ 15 ມັງກອນ, ເສັ້ນທາງດ່ວນ ຈິງ (ເມືອງຈິງຫົງ) ຫາຍ (ເມືອງເມິງຫາຍ) ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາແຂວງຢຸນນານໄດ້ເລີ່ມການທົດລອງປ່ອຍລົດແລ່ນ, ໄລຍະເວລາການຂັບຂີ່ລະຫວ່າງເມືອງຈິງຫົງ ໄປຫາ ເມືອງເມິງຫາຍໄດ້ສັ້ນລົງເຄິ່ງຊົ່ວໂມງ. ຮອດປັດຈຸບັນນີ້, ທຸກໆເມືອງໃນກິ່ງແຂວງສິບສອງພັນນາໄດ້ມີເສັ້ນທາງດ່ວນຜ່ານ ແລະ ມີທາງເຂົ້າຫຼືທາງອອກຂອງເສັ້ນທາງດ່ວນ.

ນັກຂ່າວ ຫຼີ້ຢຸນເຊີງ