ຢຸນນານຕອບຄຳຖາມ ! 26 ຊົນເຜົ່າ, ພວກເຮົາແມ່ນຄອບຄົວດຽວກັນ!

2021-01-19 16:18:48 |ມາຈາກ: Yunnan Gateway

ເດືອນມັງກອນ ປີ 2015, ທ່ານ ສີ​ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ໄດ້ໄປຢ້ຽມຢາມສຳຫຼວດວຽກງານຢູ່ແຂວງຢຸນນານ ແລະ ຮຽກຮ້ອງໃນການພັດທະນາແຂວງຢຸນນານ.

ໃນເດືອນມັງກອນປີ 2020, ທ່ານ ສີ​ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ ໄດ້ໄປຢ້ຽມຢາມສຳຫຼວດວຽກງານຢູ່ແຂວງຢຸນນານອີກເທື່ອໜຶ່ງ.

ທ່ານຫວັງວ່າແຂວງຢຸນນານຈະສືບຕໍ່ຄວາມພະຍາຍາມໃນການສ້າງເຂດສາທິດຄວາມກ້າວໜ້າສາມັກຄີຊົນເຜົ່າຂອງປະເທດຈີນ, ການກໍ່ສ້າງລະບົບນິເວດສີວິໄລ, ແລະ ການກໍ່ສ້າງສູນກະຈາຍທີ່ອ່ວາຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ພາຍໃຕ້ການນຳພາຂອງຄະນະກຳມະການພັກ ແລະ ອຳນາດການປົກຄອງແຂວງຢຸນນານ, ການພັດທະນາເສດຖະກິດສັງຄົມຂອງຊົນເຜົ່າ ແລະ ເຂດຊົນເຜົ່າແຂວງຢຸນນານໄດ້ເກີດມີການປ່ຽນແປງຢ່າງຫຼວງຫຼາຍ.

ຜົນສຳເລັດຂອງວຽກງານຊົນເຜົ່າໃນຢຸນນານ:

01

ຂໍ້ມູນການພັດທະນາເສດຖະກິດຂອງເຂດຊົນເຜົ່າ

ແຕ່ປີ 2015 ເຖິງ ປີ 2019, ຍອດມູນຄ່າຜະລິດຕະພັນພາຍໃນຂອງເຂດປົກຄອງຕົນເອງຂອງຊົນເຜົ່າໃນແຂວງຢຸນນານ ເພີ່ມຂື້ນສະເລ່ຍຕໍ່ປີ 9,5%, ແລະ ການເພີ່ມຂຶ້ນສະເລ່ຍຕໍ່ປີຂອງຕົວຊີ້ວັດສຳຄັນຂອງການພັດທະນາເສດຖະກິດສັງຄົມແມ່ນສູງກວ່າລະດັບສະເລ່ຍຂອງແຂວງຢຸນນານ.

ໃນຈຳນວນ 88 ເມືອງທຸກຍາກທົ່ວແຂວງ, ປະຊາຊົນທຸກຍາກໃນເຂດຊົນນະບົດຂອງແຂວງຢຸນນານຈຳນວນ 5.5606 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. "ກຸ່ມຊົນເຜົ່າຂ້າມຜ່ານໂດຍກົງ" 11 ກຸ່ມ ແລະ ກຸ່ມຊົນເຜົ່າທີ່ມີປະຊາກອນໜ້ອຍໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກທົ່ວຊົນເຜົ່າ.

02

ມາຮອດປັດຈຸບັນ, 6 ກິ່ງແຂວງ (ເມືອງ) ແລະ 59 ໜ່ວຍງານໃນແຂວງຢຸນນານໄດ້ຮັບການເອີ້ນເປັນ ກິ່ງແຂວງ (ຕົວເມືອງ) ສາທິດ ແລະ ຫົວໜ່ວຍສາທິດທີ່ສ້າງຕັ້ງຄວາມກ້າວໜ້າຄວາມສາມັກຄີຊົນເຜົ່າຂອງປະເທດຈີນ, ແລະ 10 ໜ່ວຍງານໄດ້ຮັບການເອີ້ນເປັນ ສະຖານທີ່ການສຶກສາຄວາມກ້າວໜ້າຄວາມສາມັກຄີຊົນເຜົ່າຂອງປະເທດຈີນ.

03
ມາຮອດປັດຈຸບັນ, ໄດ້ລົງທຶນທັງໝົດ 30.398 ຕື້ຢວນ ໃນເມືອງສາທິດ 36 ເມືອງ, ເມືອງສາທິດໃນຊົນນະບົດ 264 ເມືອງ, ບ້ານສາທິດ 3,711 ບ້ານ.

ເລີ່ມແຕ່ປີ 2020, ຈະສ້າງບ້ານສາທິດຮັ່ງມີຊາຍແດນ 30 ບ້ານ ທີ່ຢູ່ລຽບຕາມຊາຍແດນ, ແລະ ແຕ່ລະບ້ານຈະລົງທຶນ 10 ລ້ານຢວນ.

04

ມາຮອດປັດຈຸບັນ, ໃນເຂດຊົນເຜົ່າມີສະໜາມບິນ 10 ແຫ່ງ, ແລະ 4 ກິ່ງແຂວງປົກຄອງຕົນເອງຂອງຊົນເຜົ່າ ໄດ້ເຂົ້າສູ່ "ຍຸກທາງລົດໄຟຄວາມໄວສູງ".

ໃນວັນທີ 28 ທັນວາ ປີ 2016, ລົດໄຟຄວາມໄວສູງຕອນເມືອງກຸຍຢາງເໜືອ-ຄຸນໝິງໃຕ້ ແລະ ລົດໄຟຄວາມໄວສູງຕອນເມືອງປາຍສື-ຄຸນໝິງໃຕ້ໄດ້ເປີດນຳໃຊ້, ໂດຍຜ່ານກິ່ງແຂວງປົກຄອງຕົນເອງຊົນເຜົ່າມົ້ງຊົນເຜົ່າຈວງເວີນຊານ,

ໃນວັນທີ 1 ກໍລະກົດ ປີ 2018, ທາງລົດໄຟຄຸນໝິງ-ຊູຊົງ-ຕາຫຼີ້ໄດ້ເປີດນຳໃຊ້ເສັ້ນທາງທັງໝົດ.

ໃນວັນທີ 5 ມັງກອນ 2019, ລົດໄຟຄວາມໄວສູງເມືອງເມິງຈື ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີຊົນເຜົ່າຢີຫົງເຮີ-ເມືອງຄຸນໝິງໄດ້ເລີ່ມເປີດນຳໃຊ້ເປັນຄັ້ງທຳອິດ.