ແຂວງຢຸນນານ, ມີຄວາມສວຍງາມກວ່າເກົ່າແລ້ວ

2021-01-19 16:24:15 |ມາຈາກ: Yunnan Gateway

ເດືອນມັງກອນ ປີ 2015, ທ່ານ ສີ​ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ ໄດ້ໄປຢ້ຽມຢາມສຳຫຼວດວຽກງານຢູ່ແຂວງຢຸນນານ. ໃນເດືອນມັງກອນປີ 2020, ທ່ານ ສີ​ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ ກໍໄດ້ໄປຢ້ຽມຢາມສຳຫຼວດຢູ່ແຂວງຢຸນນານອີກເທື່ອໜຶ່ງ. ການໄປຢ້ຽມຢາມສຳຫຼວດວຽກງານທັງສອງເທື່ອນີ້, ທ່ານ ສີ​ຈິ້ນ​ຜິ​ງ ລ້ວນແຕ່ໄດ້ຮຽກຮ້ອງໃຫ້ແຂວງຢຸນນານ ເພີ່ມທະວີການກໍ່ສ້າງຄວາມສີວີໄລທາງນິເວດ.

ໃນ 6 ປີທີ່ຜ່ານມາ, ການກໍ່ສ້າງຄວາມສີວິໄລທາງນິເວດຂອງແຂວງຢຸນນານໄດ້ຮັບຜົນງານໃໝ່!

ໃນລະດູໜາວ, ແຂວງຢຸນນານມີໜອງທີ່ສວຍງາມ 9 ແຫ່ງ ຄື ໜອງຕ່ຽນສື, ໜອງແສ, ໜອງຝູຊຽນ, ໜອງເຊີງ, ໜອງລູກູ, ໜອງຊີລູ, ໜອງຢີ້ລ້ອງ, ໜອງຊີງຢຸນ ແລະ ໜອງຢາງຊົງ. ໃນນັ້ນ, ຄຸນນະພາບນ້ຳຂອງໜອງຕ່ຽນສືແມ່ນດີ. ນັກທ່ອງທ່ຽວຫຼາຍຄົນກໍໄດ້ມາທ່ຽວຊົມ, ແລະ ນົກປ່າປະມານເກືອບຮ້ອຍຊະນິດໄດ້ກັບຄືນສູ່ຝັ່ງໜອງຕ່ຽນສື. ຄຸນນະພາບນ້ຳຂອງໜອງແສກໍມີທ່າອ່ຽງໝັ້ນຄົງໄປໃນທາງທີ່ດີ.
ປະສົບການດ້ານການຄຸ້ມຄອງທະເລສາບຂອງແຂວງຢຸນນານໄດ້ຮັບການສົ່ງເສີມ ແລະ ແລກປ່ຽນໃນທົ່ວປະເທດ.

ແຂວງຢຸນນານໃນນາມທີ່ເປັນ “ອານາຈັກຂອງສັດ ແລະ ພືດ”, ຫຼາຍປີທີ່ຜ່ານມາ, ເນື້ອທີ່ປ່າໄມ້, ອັດຕາປົກຫຸ້ມຂອງປ່າໄມ້ ແລະ ອື່ນໆ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຫຼວງຫຼາຍ, ລະບົບນິເວດດິນຊຸ່ມ ແລະ ທົ່ງຫຍ້າຂອງແຂວງຢຸນນານໄດ້ຮັບການປົກປັກຮັກສາຢ່າງຕໍ່ເນື່ອງ, ເນື້ອທີ່ການເສຍຫາຍຂອງນ້ຳ ແລະ ດິນນັບມື້ນັບຫຼຸດລົງໃນແຕ່ລະປີ. ລະບົບນິເວດແຂວງຢຸນນານໄດ້ຮັບການປົກປັກຮັກສາທີ່ມີປະສິດທິພາບ.

ປັດຈຸບັນ, ພະລັງງານສີຂຽວໄດ້ກາຍເປັນຂະແໜງການເສົາຫຼັກທີ່ໃຫຍ່ທີ່ສຸດຂອງແຂວງຢຸນນານ, ແລະ ຂະແໜງການການຜະລິດທີ່ກ້າວໜ້າເຊັ່ນ: ອາລູມີນຽມສີຂຽວ ແລະ ຊິລິກສີຂຽວກຳລັງພັດທະນາຢ່າງວ່ອງໄວ.

ໃນປີ 2021, ກອງ​ປະ​ຊຸ​ມປະ​ເທດ​ພາ​ຄີ​ໃນ “ສົນ​ທິ​ສັນ​ຍາ​ຊີ​ວະ​ນາ​ນາ​ພັນ” ​ຄັ້ງ​ທີ 15 (COP15) ຈະຈັດຂຶ້ນຢູ່ເມືອງຄຸນໝິງແຂວງຢຸນນານ, ຜົນສຳເລັດຂອງແຂວງຢຸນນານທີ່ປົກປັກຮັກສາຄວາມອຸດົມສົມບູນຂອງຊີວະນາໆພັນຈະປາກົດຕໍ່ໂລກ!