ຈີນ​ຈະ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້​າ​ທີ່​ອາ​ເມ​ຣິ​ກາ​ທີ່​ມີ​ການ​ປະ​ພຶດ​ບໍ່​ດີ​ໃນ​ບັນ​ຫາ​ຮົງ​ກົງ​ແລະ​ໄຕ້​ຫວັນ

2021-01-19 17:45:49 |ມາຈາກ: CRI

ໂດຍແນ​ໃສ່​ກໍ​ລະ​ນີ​ທີ່​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຈີນ​ແລະ​ອົງ​ການ​ປົກ​ຄອ​ງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ຈຳ​ນວນ 6 ​ທ່ານ​ໃນ​ກ່ອນ​ໜ້າ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢືນ​ຢັນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້​ວ່າ: ຈີນ​ໄດ້​ຕົກ​ລົງ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ໃນ​ລະ​ດັບ​ເທົ່າ​ທຽມ​ກັນ​ຕໍ່​ເຈົ້າ​ໜ້າ​ທີ່​ອົງ​ການ​ບໍ​ລິ​ຫານ,ເຈົ້າ​ໜ້າ​ທີ່​ລັດ​ຖະ​ສະ​ພາ ແລະ​ບຸກ​ຄົນ​ຂອງ​ອົງ​ການ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານອາ​ເມ​ຣິ​ກາ​​ທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​​ຕໍ່​ການ​ປະ​ພຶດ​ບໍ່​ດີ​ກ່ຽວ​ກັບ​ບັນ​ຫາ​​ຮົງ​ກົງ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ນາງ​ຮ​ວາ​ຊຸນ​ຢິງ​ໄດ້​ຊີ້​ໃຫ້​ເຫັນ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ: ການ​ກະ​ທຳ​ທີ່​ກ່ຽວ​ຂ້ອງ​ຂອງ​ອາ​ເມ​ຣິ​ກາ​ເປັນ​ການ​ແຊກ​ແຊງວ​ຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ​ຢ່າງ​ເປີດ​ແປນ, ແລະ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ແລະ​ລ່ວງ​ລ້ຳ​​ອຳ​ນາດ​ທາງ​ຕຸ​ລາ​ການ​ຂອງ​ຈີນ​ຢ່າງ​ບັງ​ອາດ, ເຊິ່ງ​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.

ນອກ​ນີ້, ​ກ່ຽວ​ກັບການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ຣິ​ກາ​​ໃນ​ບັນ​ຫາ​ໄຕ້​ຫວັນ​ເຊັ່ນ​ການ​ໃຊ້​​ການ​ກະ​ທຳຈຳ​ນວນ​ໜຶ່ງ​ເພື່ອ​ຜ່ອນ​ຄາຍ​​ຂໍ້​ຈຳ​ກັດ​ວ່າ​ດ້ວຍ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ໄຕ້​ຫວັນ​ເປັນ​ຕົ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ທ່ານ​ນາງ​ຮ​ວາ​ຊຸນ​ຢິງ​ກ່າວ​ວ່າ: ເນື່ອງ​ຈາກ​ການ​ກະ​ທຳ​ອັນ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ, ຈີນ​​ຈຶ່ງໄດ້​​ຕົກ​ລົງໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ທີ່​ມີ​ການ​ປະ​ພຶດ​ບໍ່​ດີ​ໃນ​ບັນ​ຫາ​ກ່ຽວ​ກັບ​ໄຕ້​ຫວັນ​ເຊັ່ນ​ກັນ.