ຈີນ​ເພີ່ມ​ທະວີ​ການ​ຕ້ານ​ການ​ຜູກຂາດ ​ແລະ​ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ

2021-01-19 17:47:14 |ມາຈາກ: CRI

ໃນ​ປີ 2021, ຈີນ​ຈະ​ອອກ​ແຮງ​ປົກ​ປ້ອງ​ຄວາມ​ເປັນ​ລະບຽບ​ດ້ານ​ການ​ແຂ່ງຂັນ​ທີ່​ເປັນ​ທຳ​ຂອງ​ຕະຫຼາດ, ​ເພີ່​ມທະວີ​ການ​ຕ້ານ​ການ​ຜູກຂາດ ​ແລະ​ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ, ຍຶດໝັ້ນ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ການ​ສະໜັບສະໜູນ ​ແລະ​ການ​ສ້າງ​ລະບຽບ​ແບບ​ແຜນ, ປະສານ​ສົມທົບ​ກັນ​ລະຫວ່າງ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ປະຕິບັດ​ກົດໝາຍ ​ແລະ​ການ​ສ້າງ​ລະບຽບ​ການ, ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ປົກ​ປ້ອງ​ການ​ແຂ່ງຂັນ​ທີ່​ເປັນ​ທຳ​ຂອງ​ຕະຫຼາດ.

ນັກ​ຂ່າວ​ໄດ້​ຮັບ​ຊາບ​ຈາກ​ກອງ​ປະຊຸມ​ວຽກ​ງານ​ກ່ຽວ​ກັບ​ການ​ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ​ໃນ​ປີ 2020, ອົງການ​ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ​ໄດ້​ເພີ່ມ​ທະວີ​ການ​ຕ້ານ​ການ​ຜູ​ກຂາດ ​ແລະ​ການ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ, ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ລະບຽບ​ໃນ​ການ​ແຂ່ງຂັນ​ດ້ານ​ເສດຖະກິດ​ຜ່ານ​ທາງ​ອິນ​ເຕີ​ເນັດ, ​ໄດ້​ກວດກາ ​ແລະ​ລົງ​ໂທດ​ຄະດີ​ຜູກ​ຂາດ ​ແລະ​ແຂ່ງຂັນ​ທີ່​ບໍ່​ເປັນ​ທຳ​ຈຳນວນ​ໜຶ່ງ, ​ໄດ້​ເລັ່ງລັດ​ການ​ສ້າງ​ລະບຽບ​ການ​ແຂ່ງຂັນ​ຢ່າງ​ເປັນ​ທຳ, ສຳ​ເລັດ​ການ​ຮ່າງ​​ເນື້ອ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ຜູກຂາດ​ສະບັບ​ດັດ​ແກ້, ​ເຜີຍ​ແຜ່​ຄູ່​ມື​ວ່າ​ດ້ວຍ​ການ​ຕ້ານ​ການ​ຜູກຂາດ​ຕາມ​ລະບຽບ​ການ​ສຳລັບ​ຜູ້​ດຳ​ເນີນ​ທຸລະ​ກິດ ​ແລະ​ອື່ນໆ, ອອກ​ແຮງ​ຈັດ​ຕັ້ງ​ປະຕິບັດ​ລະບຽບການ​ກວດກາ​ການ​ແຂ່ງຂັນ​ຢ່າງ​ເປັນ​ທຳ ​ແລະ​ເຜີຍ​ແຜ່​ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ການ​ຕ້ານ​ການ​ຜູກຂາດ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ.