ແຂວງຢຸນນານ, ເສັ້ນທາງເຊື່ອມຕໍ່ທັງພາຍໃນ ແລະ ຕ່າງປະເທດ!

2021-01-21 10:19:19 |ມາຈາກ: Yunnan Gateway

ໃນປີ 2015 ແລະ 2020,ທ່ານ ສີ​ຈິ້ນ​ຜິ​ງ ເລຂາທິການ​ໃຫຍ່​ ໄດ້ໄປຢ້ຽມຢາມສຳຫຼວດວຽກງານຢູ່ແຂວງຢຸນນານ ສອງເທື່ອ, ແລະ ຊີ້ນຳໃຫ້ ແຂວງຢຸນນານ ຕ້ອງເປັນເຈົ້າການຮັບໃຊ້ແລະລວມຕົວເຂົ້າໃນຍຸດທະສາດການພັດທະນາທີ່ສຳຄັນຂອງປະເທດ, ໂດຍເອົາການເປີດກວ້າງສົ່ງເສີມການພັດທະນາ, ແລະເລັ່ງລັດການກໍ່ສ້າງຊ່ອງທາງສາກົນທີ່ສຳຄັນໃນການເຊື່ອມຈອດເຊື່ອມໂຍງກັບປະເທດໃກ້ຄຽງ. ເພີ່ມທະວີ ວຽກງານການແລກປ່ຽນດ້ານວັດທະນະທຳກັບບັນດາປະເທດໃກ້ຄຽງ.

ໃນປີ 2020, ໂຄງການທີ່ຮ່ວມກັນກໍ່ສ້າງໂດຍຢຸນນານແລະປະເທດໃກ້ຄຽງແມ່ນມີການດຳເນີນງານຢ່າງປອດໄພແລະໝັ້ນຄົງຕໍ່ເນື່ອງ. ໃນວັນທີ 20 ທັນວາ ປີ 2020, ເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງຊ່ວງທໍາອິດ ທີ່ເປັນການຮ່ວມກັນກໍ່ສ້າງໂດຍຢຸນນານ ແລະ ລາວໄດ້ກໍ່ສ້າງສໍາເລັດຢ່າງສົມບູນແລ້ວ ແລະ ໄດ້ເປີດ​ນຳ​ໃຊ້ຢ່າງ​ເປັນທາງການ.

ໃນວັນທີ 11 ມັງກອນປີ 2021, ອຸໂມງ 93 ແຫ່ງ ຕອນພາຍໃນປະເທດຈີນຂອງ ທາງລົດໄຟຈີນ-ລາວໄດ້ເຈາະອຸໂມງສຳເລັດ 89 ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການກໍ່ສ້າງເສັ້ນທາງ ລົດໄຟຈີນ-ລາວທັງໝົດໄດ້ສຳເລັດໂດຍພື້ນຖານແລ້ວ.

ປະຈຸບັນ, ແຂວງຢຸນນານກຳລັງເລັ່ງລັດການກໍ່ສ້າງພື້ນຖານໂຄງລ່າງ. ໃນດ້ານທາງລົດໄຟ: ແຂວງຢຸນນານມີທາງລົດໄຟສາກົນຈີນ-ຫວຽດນາມ, ທາງລົດໄຟສາກົນຈີນ-ລາວ, ທາງລົດໄຟສາກົນຈີນ-ມຽນມາ (ຄຸນໝິງ-ຣຸຍລີ້), ທາງລົດໄຟສາກົນຈີນ-ມຽນມາ (ຄຸນໝິງ-ຊິງຊຸຍເຫີ), ທາງລົດໄຟສາກົນຈີນ-ມຽນມາ-ອິນເດຍ. ໃນດ້ານທາງດ່ວນ: ເສັ້ນທາງຄຸນໝິງ-ບາງກອກປະເທດໄທ, ເສັ້ນທາງຄຸນໝິງຫາເມືອງຊາຍຝັ່ງປະເທດຫວຽດນາມ, ເສັ້ນທາງຄຸນໝິງຫາເມືອງເຈົາພ່ຽວມຽນມາ, ເສັ້ນທາງຄຸນໝິງຫາອິນເດຍ, ເສັ້ນທາງຄຸນໝິງຫາມຽນມາ.

ສ່ວນເສັ້ນທາງບິນ ສາມາດບັນລຸກວມເອົາເສັ້ນທາງບິນໄປຍັງບັນດານະຄອນຫຼວງຂອງປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ໃນດ້ານເສັ້ນທາງນ້ຳ: ເສັ້ນທາງນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເສັ້ນທາງນ້ຳຮົງເຫີຈີນຫາຫວຽດນາມ,ແລະ ເສັ້ນທາງນ້ຳຈີນຫາມຽນມາ.

ຄູ່ຮ່ວມມືດ້ານການຄ້າຂອງແຂວງຢຸນນານໄດ້ຂະຫຍາຍອອກສູ່ 206 ປະເທດ ແລະ ເຂດແຄວ້ນ. ມາຮອດເດືອນຕຸລາປີ 2020, ແຂວງຢຸນນານໄດ້ສ້າງຕັ້ງວິສາຫະກິດການລົງທຶນຢູ່ຕ່າງປະເທດ 882 ແຫ່ງ, ການລົງທຶນກວມເອົາ 61 ປະເທດ ແລະ ເຂດແຄວ້ນ. ແຂວງຢຸນນານໄດ້ດຶງດູດວິສາຫະກິດລົງທຶນໂດຍຕ່າງປະເທດທັງໝົດ 5,396 ແຫ່ງຈາກ 90 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກເພື່ອມາລົງທຶນແລະພັດທະນາ, ແລະທຶນຕ່າງປະເທດຕົວຈິງແມ່ນ 21,78 ຕື້ໂດລາສະຫະລັດ.