ໃນ 5 ປີທີ່ຜ່ານມາ, ລາຍຮັບທີ່ສາມາດໃຊ້ໄດ້ສະເລ່ຍຕໍ່ຫົວຄົນ ຂອງຊາວເມືອງຕິເບດ ເພີ່ມຂຶ້ນ 77,4%

2021-01-22 18:48:24 |ມາຈາກ: Yunnan Gateway

ໃນ 5 ປີທີ່ຜ່ານມາ, ລາຍໄດ້ຂອງຊາວເມືອງຕິເບດໄດ້ສືບຕໍ່ເພີ່ມຂຶ້ນ. ອີງຕາມສະຖິຕິຈາກອຳນາດການປົກຄອງຂອງເຂດປົກຄອງຕົນເອງຕິເບດ, ລາຍຮັບທີ່ໃຊ້ໄດ້ສະເລ່ຍຕໍ່ຫົວຄົນຂອງຊາວເມືອງຕິເບດ ບັນລຸ 21,744 ຢວນ (3,362 ໂດລາ) ໃນປີ 2020, ເຊິ່ງເພີ່ມຂຶ້ນ 77,4% ເມື່ອປຽບທຽບກັບ ປີ 2015. ໃນປີ 2020, ລາຍຮັບທີ່ສາມາດໃຊ້ໄດ້ສະເລ່ຍຕໍ່ ຫົວຄົນຂອງປະຊາຊົນທີ່ຢູ່ໃນຕົວເມືອງ ແລະ ຊົນນະບົດໃນຕິເບດ ບັນລຸຮອດ 41156 ຢວນ (6361ໂດລາ)ແລະ 14,598 ຢວນ (2256ໂດລາ), ເພີ່ມຂື້ນ 10% ແລະ 12,7%ເມື່ອປຽບທຽບກັບປີທີ່ຜ່ານມາ.

ທ່ານ ດ້ານເຈີນ ຈາກ ຕາແສງຈາຊີ ເມືອງໂມຈູກົງຄາ ເຂດປົກຄອງຕົນເອງຕິເບດ, ລາວໄດ້ຮັບໃບຂັບຂີ່ ແລະ ໄດ້ມາເມືອງລາຊາເພື່ອຊື້ລົດ. "ດຽວນີ້ຊີວິດຂອງຂ້ອຍດີຂຶ້ນແລ້ວ, ລູກສອງຄົນຂອງຂ້ອຍໄດ້ຊອກວຽກເຮັດຫຼັງຈາກຮຽນຈົບຈາກມະຫາວິທະຍາໄລ. ເມຍຂອງຂ້ອຍ ແລະ ຂ້ອຍໄດ້ອອກໄປເຮັດວຽກເສີມຫຼັງຈາກເຮັດໄຮ່ນາ, ພ້ອມດ້ວຍ ເງິນອຸດໜູນນະໂຍບາຍແຫ່ງຊາດ, ລາຍຮັບສະເລ່ຍ ຕໍ່ຫົວຄົນຕໍ່ປີແມ່ນຫຼາຍກວ່າ 20,000 ຢວນ (ຫຼາຍກວ່າ 3,000 ໂດລາສະຫະລັດ). " ທ່ານ ດ້ານເຈີນ ໄດ້ກ່າວກັບນັກຂ່າວ.

ໃນປະຈຸບັນນີ້ແມ່ນ ໄລຍະພັກຜ່ອນໃນລະດູຫນາວ, ທ່ານ ດອນຈູຊີເຢິນ ຊາວເມືອງຕິເບດ ໄດ້ລົງທະບຽນໃຫ້ລູກຊາຍເຂົ້າຮ່ວມການຝຶກອົບຮົມບານເຕະ. ທ່ານ ດອນຈູຊີເຢິນ ກ່າວວ່າ "ລູກມັກການຫຼີ້ນກິລາບານເຕະ,ເຂົ້າຮຽນໃນໄລຍະພັກຜ່ອນລະດູໜາວ, ກໍ່ສາມາດບົ່ມເພາະຄວາມມັກ, ແລະ ສາມາດຮ່ຳຮຽນເອົາຈິດໃຈການຫຼິ້ນເປັນທິມ."

ນອກຈາກນັ້ນ, ປະລິມານ ແລະ ຍອດການບໍລິໂພກຂອງຜູ້ຊື້ສິນຄ້າຜ່ານອິນເຕີເນັດຂອງຕິເບດກໍ່ນັບມື້ນັບຫຼາຍຂຶ້ນ. ໃນໄລຍະ "ວັນທີ 11 ພະຈິກ" ໃນປີ 2020, ມູນຄ່າການຊື້ຂາຍຈາກຕິເບດໄດ້ບັນລຸ 412 ລ້ານຢວນ (63,600,000 ໂດລາ), ແລະ ຜະລິດຕະພັນເຊັ່ນເສື້ອຂົນເປັດກັນໜາວ, ໂທລະສັບມືຖື, ເສື້ອ ຝ້າຍ ແລະ ສິນຄ້າອື່ນໆໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຊາວຕິເບດ.

ນັກຂ່າວ ເກີຊ່າງລາງເຈ ເກີຊ່າງປ່ຽນເຈຍ