ກະຊວງການຄ້າຈີນ ແລະອົງການຄຸ້ມຄອງເງິນຕາຕ່າງປະເທດຈີນໄດ້ເປີດເຜີຍຂໍ້ມູນສະຖິຕິໂດຍໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2020, ມູນຄ່າການລົງທຶນໂດຍກົງຂອງຈີນຢູ່ຕ່າງປະເທດບັນລຸເຖິງ 132,94 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ມູນຄ່າການລົງທຶນໂດຍກົງຂອງຈີນຢູ່ຕ່າງປະເທດທີ່ບໍ່ແມ່ນດ້ານການເງິນມີເຖິງ 110, 15 ຕື້ໂດລາສະຫະລັດ. ການຮ່ວມມືກ່ຽວກັບການລົງທຶນຂອງຈີນຢູ່ຕ່າງປະເທດໄດ້ພັດທະນາຢ່າງໝັ້ນທ່ຽງ ແລະປອດໃສ, ຍອດມູນຄ່າການລົງທຶນຢູ່ຕ່າງປະເທດກໍມີການເຕີບໂຕ. ຂະນະດຽວກັນ, ອຸດສາຫະກຳຈີນເພື່ອບໍລິການຮັບເໝົາຂອງຕ່າງປະເທດໄດ້ພັດທະນາຢ່າງວ່ອງໄວ ແລະປອດໃສ, ໄດ້ບັນລຸມູນຄ່າການຮັບເໝົາລື່ນກາຍ 100 ຕື້ໂດລາສະຫະລັດເປັນຄັ້ງທຳອິດ.
ໃນມື້ດຽວກັນ, ທ່ານກ່າວເຟິ່ງ ໂຄສົກກະຊວງການຄ້າຈີນໄດ້ເປີດເຜີຍຂໍ້ມູນສະຖິຕິດ້ານການລົງທຶນຂອງຈີນຢູ່ຕ່າງປະເທດໃນປີ 2020 ແລະກ່າວວ່າ: ໃນປີຜ່ານມາ, ຈີນໄດ້ຊຸກຍູ້ການຮ່ວມມື ແລະການລົງທຶນຢູ່ບັນດາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງໝັ້ນທ່ຽງ. ໃນປີ 2020, ວິສາຫະກິດຈີນໄດ້ລົງທຶນໂດຍກົງທີ່ບໍ່ແມ່ນດ້ານການເງິນຢູ່ 58 ປະເທດຄູ່ຮ່ວມມືຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ບັນລຸ 17,79 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ກວມ 16,2% ຂອງມູນຄ່າການລົງທຶນທັງໝົດໃນໄລຍະດຽວກັນ. ມູນຄ່າຂອງສັນຍາໂຄງການຮັບເໝົາທີ່ໄດ້ເຊັນກັນໃໝ່ຢູ່ບັນດາປະເທດລຽບຕາມມີ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 141,46 ຕື້ໂດລາສະຫະລັດ.