ເຂື່ອນໄຟຟ້າປ່າຍເຫີຖ່ານກຳລັງຢູ່ໃນການກໍ່ສ້າງ

2021-01-26 15:50:57 |ມາຈາກ: Yunnan Gateway

ປະຈຸບັນ, ເຂື່ອນໄຟຟ້າປ່າຍເຫີຖ່ານທີ່ຕັ້ງຢູ່ແມ່ນ້ຳຈິນຊາຈ່ຽງທີ່ຢູ່ຈຸດເຊື່ອມຕໍ່ຂອງເມືອງນິງນານ ແຂວງເສສວນແລະ ເມືອງຊຽວເຈ່ຍ ແຂວງຢຸນນານ ກຳລັງຢູ່ໃນການກໍ່ສ້າງ. ເຂື່ອນໄຟຟ້າປ່າຍເຫີຖ່ານ ແມ່ນເຂື່ອນໄຟຟ້າ ທີ່ມີຂະໜາດກຳລັງກໍ່ສ້າງ ແລະ ບໍລິມາດການບັນຈຸໃນເຄື່ອງດຽວທີ່ໃຫຍ່ທີ່ສຸດຂອງໂລກ. ໃນເດືອນກໍລະກົດ ປີ 2021 ມີແຜນການຈະນຳໃຊ້ເຄື່ອງຈັກຊຸດທຳອິດ  ເຂົ້າໃນການຜະລິດພະລັງງານໄຟຟ້າ,ແລະ ຊຸດເຄື່ອງຈັກທັງໝົດຈະຖືກນຳໃຊ້ເຂົ້າໃນການຜະລິດພະລັງງານໄຟຟ້າໃນເດືອນກໍລະກົດປີ 2022.

ນັກຂ່າວ ວັງກວນເຊີນ