ຫຼາຍ​ປະ​ເທດ​ໃນ​ຕາ​ເວັນ​ອອກ​ກາງ​ໄດ້​ສັກ​ແລະ​ຈັດ​ຊື້​​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ແລ້ວ

2021-01-26 17:38:25 |ມາຈາກ: CRI

ນັບ​ມາ​ຮອດ​ວັນ​ທີ 24 ມັງ​ກອນ​ນີ້, ຫຼາຍ​ປະ​ເທດ​ໃນຕາ​ເວັນ​ອອກ​ກາງ​ໄດ້ເລີ່ມ​ສັກ​ແລະ​ຈັດ​ຊື້​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19, ​ແລະ​ຈະ​ເປີດກວ້າງ​ຂອບ​ເຂດ​ຂອງ​ການ​ສັກ​ວັກ​ຊີນ​ຢ່າງ​ຂະ​ໜາດ​ໃຫຍ່.

ທ່ານ​ຟາ​ເຣ​ດິນ ໂຄ​ຄາ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາລະ​ນະ​ສຸກ​ຕວກ​ຕີ​ກ່າວ​ທຜ່ານ​ສື່​ສັງ​ຄົມສື່ມວ​ນ​ຊົນ​ອ໋ອນ​ລາຍ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ: ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 6 , 5 ລ້ານ​ຫຼອດຈະ​ຖືກ​​ສົ່ງມາ​ຮອດ​ຕວກ​ກີ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 25 ມັງ​ກອນ​ນີ້ຕາມ​ແຜນ​ການ, ຕວກ​ກີ​ຈະ​ປະ​ຕິ​ບັດ​ແຜນ​ການ​​ສັກ​ວັກ​ຊີນ​ຢ່າງ​ຕໍ່​ເນື່ອງ. ນັບ​ມາ​ຮອດຕອນ​ທ່ຽງ​ຂອງວັນ​ທີ 24 ມັງ​ກອນ​ນີ້, ປະ​ຊາ​ຊົນຕວກ​ກີ​ຈຳ​ນວນ 1,24 ລ້ານ​ຄົນ​ໄດ້ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ເຄີ່​ສີ່ງ​ຂອງ​ຈີນ​ແລ້ວ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອີ​ຣານ​ກ່າວ​ວ່າ, ຄາດ​ຄະ​ເນ​ວ່າ​ໃນ​ເດືອນ​ກຸມ​ພາ​ໜ້າ​ນີ້​ຈະ​​ປະ​ຕິ​ບັດ​ແຜນ​ການ​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ, ຫຼັງ​ຈາກ​ນັ້ນ​ຈະ​ໄດ້​ຮັບ​ວັກ​ຊີນ 16,8 ລ້ານ​ຫຼອດ​ຕາມ​ແຜນປະ​ຕິ​ບັດ​ງານ​ກ່ຽວ​ກັບ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດໂຄວິດ-19 ຫຼື COVAX ທີ່​ນໍາໂດຍອົງ​ການ​ອະ​ນາ​ໄມ​ໂລກ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ອິ​ສ​ຣາ​ແອນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ໃນ​ວັ​ນ​ທີ 24 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ໄດ້​ເລີ່ມ​ດຳ​ເນີນ​ໂຄງ​ການ​ສັກ​ວັກ​ຊີນ​ໃນ​ວັນ​ທີ 20 ທັນ​ວາ​ປີ 2020 ແລ້ວ​ນີ້​ເປັນ​ຕົ້ນ​ມາ, ນັບ​ລວມ​ແລ້ວໄດ້​ສັກ​ວັກ​ຊີນ​ໃຫ້​ຄົນ​ພາຍ​ໃນ​ປະ​ເທດ​ອິດ​ສ​ຣາ​ແອນ​ແລ້ວ 2,55 ລ້ານກວ່າ​ຄົນ.